ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າ​ມ​ມິງ​ຈິງ ຢ້ຽ​ມ​ຢາມ​ສູນ​ສວນ​ສາ​ກົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ໂຮນລັງ ສືບຕໍ່ໜູນຊ່ວຍດ້ານເຕັກນິກ ແລະ ລະດົມແຫ່ລງກຳລັງຕື່ມອີກ ຈາກບັນດານັກລົງທຶນ, ນັກອຸປະຖຳ, ຄູ່ຮ່ວມມືພັດທະນາໃຫ້ແກ່ ຫວຽດນາມ,
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າ​ມ​ມິງ​ຈິງ ຢ້ຽ​ມ​ຢາມ​ສູນ​ສວນ​ສາ​ກົນ - ảnh 1

 (ພາບ: Dương Giang/TTXVN)

   ໃນລາຍການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສູນສວນສາກົນ ຢູ່ແຂວງພາກໃຕ້ ໂຮນລັງ. ນີ້ແມ່ນໜ່ວຍປະສົມແບບຢ່າງ ກ່ຽວກັບການເຊື່ອມຕໍ່ຕາມຮູບແບບ “ສາມຫຼ່ຽມຄຳ” ລະຫວ່າງລັດຖະບານ-ຮາກຖານຄົ້ນຄ້ວາ-ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ໃນການຮ່ວມມືດ້ານກະສິກຳ, ໂຮນລັງ ສາມາດຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີປຸ້ງແຕ່ງ, ຕະຫຼາດ, ບັນດາຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການໃຊ້ສອຍໃນໂລກ. ສ່ວນ ຫວຽດນາມ ສາມາດຊ່ວຍ ໂຮນລັງ ກ່ຽວກັບການພັດທະນາວັດຖຸດິບ. ຜ່ານນັ້ນ, ສອງຝ່າຍລ້ວນແຕ່ສາມາດເປີດກ້ວາງຕະຫຼາດໃຫ້ແກ່ກັນ.

    ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ໂຮນລັງ ສືບຕໍ່ໜູນຊ່ວຍດ້ານເຕັກນິກ ແລະ ລະດົມແຫ່ລງກຳລັງຕື່ມອີກ ຈາກບັນດານັກລົງທຶນ, ນັກອຸປະຖຳ, ຄູ່ຮ່ວມມືພັດທະນາໃຫ້ແກ່ ຫວຽດນາມ, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້; ສືບຕໍ່ໜູນຊ່ວຍດ້ານເຕັກນິກໃຫ້ບັນດາອົງການຄຸ້ມຄອງ, ຄົນຄ້ວາ ແລະ ບຳລຸງສ້າງ ຫວຽດນາມ ເພື່ອເພີ່ມທະວີຄວາມສາມາດໃນການຫັນເປັນດີຕີຕອນໃນຂະແໜງກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ