ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຢູ່ ລາວ

(VOVWORLD) - ດ້ວຍການເຄື່ອນໄຫວເກືອບ 60 ຄັ້ງ ນັບທັງຫຼາຍຝ່າຍ ແລະ 2 ຝ່າຍ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີນຳໜ້າ ໄດ້ເຂົ້າຮ່ວມບັນດາກອງປະຊຸມ ສົ່ງສານສຳຄັນຫຼາຍຢ່າງກ່ຽວກັບ ອາຊຽນ ແລະ ອະນາຄົດຂອງ ອາຊຽນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຢູ່ ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການປະຕິບັດງານຢູ່ ລາວ
(ພາບ: TTXVN)

        ຕອນຄ່ຳວັນທີ 11 ຕຸລາ, ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນ ໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ຢ່າງຈົບງາມ, ແຕ່ວັນທີ 08 – 11 ຕຸລາ.

        ດ້ວຍການເຄື່ອນໄຫວເກືອບ 60 ຄັ້ງ ນັບທັງຫຼາຍຝ່າຍ ແລະ 2 ຝ່າຍ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີນຳໜ້າ ໄດ້ເຂົ້າຮ່ວມບັນດາກອງປະຊຸມ ສົ່ງສານສຳຄັນຫຼາຍຢ່າງກ່ຽວກັບ ອາຊຽນ ແລະ ອະນາຄົດຂອງ ອາຊຽນ; ຢືນຢັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນອາຊຽນ; ພ້ອມທັງສົມທົບກັນ, ໜູນຊ່ວຍ ລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024 ໃຫ້ບັນລຸຜົນສຳເລັດ, ຜ່ານນັ້ນ, ເພີ່ມທະວີນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ມີການພົບປະ 2 ຝ່າຍກັບການນຳຫຼາຍປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືຂອງ ອາຊຽນ; ພ້ອມກັບທ່ານນາຍົກລັດຖະມົນຕີ ລາວ, ກຳປູເຈຍ ຈັດການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືລະຫວ່າງ 3 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ