ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ​ ໂຮນ​ລັງ ຈະ​ມາ​ຢ້ຽມ​ຢ້າມ ຫວຽດ​ນາມ ຢ່າງ​ເປັນ​ທາງກ​ານ ໃນ​ວັນ​ທີ 09 ເມ​ສາ

(VOVWORLD) - ກະຊວງການຕ່າງປະເທດ ຫວຽດນາມໄດ້ແຈ້ງໃຫ້ຮູ້ໃນ ວັນທີ 4 ເມສາວ່າ ທ່ານ Mark Rutte ນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ ຈະມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ໃນວັນທີ 09 ເມສາ.


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ​ ໂຮນ​ລັງ ຈະ​ມາ​ຢ້ຽມ​ຢ້າມ ຫວຽດ​ນາມ ຢ່າງ​ເປັນ​ທາງກ​ານ ໃນ​ວັນ​ທີ 09 ເມ​ສາ - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ທ່ານ Mark Rutte ນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ (ພາບ: TTXVN)

ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ຄາດວ່າ, ໃນຂອງເຂດການຢ້ຽມຢາມ, ທ່ານ Mark Rutte ຈະມີການພົບປະເຈລະຈາກັບທ່ານ ຫງວຽນຊວນຟຸກ ແລະ ພ້ອມກັນເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານການຮ່ວມມືລະຫວ່າງສອງປະເທດ, ເຂົ້າຢ້ຽມຂ່ຳນັບທ່ານ ຫງວຽນຝຸ້ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ມີການພົບປະເຈລະຈາກັບທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ