ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ພົນລະພາກຫລວງ 16 ຢູ່ ບີງເຟືອກ

(VOVWORLD) - ໃນໂອກາດປະຕິບັດງານຢູ່ແຂວງ ບີງເຟືອກ, ຕອນເຊົ້າວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ພົນລະພາກຫລວງ 16 ຢູ່ ບີງເຟືອກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ພົນລະພາກຫລວງ 16 ຢູ່ ບີງເຟືອກ

ໄດ້ລົງຢ້ຽມຢາມ, ໂອ້ລົມກັບພະນັກງານ, ນັກຮົບພົນລະພາກຫລວງ 16 (ກະຊວງປ້ອງກັນປະເທດ ຫວຽດນາມ), ກົມກອງປະຕິບັດໜ້າທີ່ “ກອງທັບເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ; ປັບປຸງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃນບໍລິເວນຍຸດທະສາດ” ຂອງ 3 ແຂວງ ບີງເຟືອກ, ດັກນົງ ແລະ ດັກລັກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດາພະນັກງານ, ນັກຮົບພົນລະພາກຫລວງ 16 ເພີ່ມທະວີວຽກງານປະຊາຊົນ, ວຽກງານບໍລິເວນ, ສືບຕໍ່ເສີມຂະຫຍາຍບົດບາດເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມຕິດພັນກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃນບໍລິເວນຢ່າງມີປະສິດທິຜົນ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈແກ່ພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຊາວຜູ້ອອກແຮງງານຂອງພົນລະພາກຫລວງ 16 ທີ່ພວມເຂົ້າຮ່ວມວັນບຸນກິລາກາຍຍະກຳຢູ່ສະໜາມກິລາຂອງພົນລະພາກຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ