ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກໍາມະກອນທ່າກໍ່າປັ່ນ ຫ໋າຍຟ່ອງ ຄົບຮອບ 90 ປິ

(VOVWORLD) -ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກໍາມະກອນທ່າກໍ່າປັ່ນ ຫ໋າຍຟ່ອງ ຄົບຮອບ 90 ປີ ແລະ ວັນສ້າງຕັ້ງໜ່ວຍພັກກອມມູນິດທໍາອິດຢູ່ທ່າກໍ່າປັ່່ນຫ໋າຍຟ່ອງຄົບຮອບ 90 ປີ ໄດ້ດໍາເນີນໃນຕອນເຊົ້າວັນທີ 30 ພະຈິກ ຢູ່ຫ໋າຍຟ່ອງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກໍາມະກອນທ່າກໍ່າປັ່ນ ຫ໋າຍຟ່ອງ ຄົບຮອບ 90 ປິ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຖັນແຖວພະນັກງານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ພວມເຮັດວຽກຢູ່ທ່າກໍ່າປັ່ນຫ໋າຍຟ່ອງ (ພາບ: VOV)

 ນີ້ ແມ່ນໂອກາດເພື່ອຫວນຄືນເສັ້ນທາງປະຫວັດສາດ, ຖັນແຖວກໍາມະກອນທ່າກໍ່າປັ່ນຫ໋າຍຟ່ອງ ໄດ້ດໍາເນີນການຕໍ່ສູ້ທໍາອິດເພື່ອຮຽກຮ້ອງໃຫ້ເພີ່ມເງິນເດືອນ, ນໍ້າດື່ມ, ຫຼຸດເວລາການເຮັດວຽກ, ຕ້ານຄືນການທູບຕີ ແລະ ຍາດໄດ້ໄຊຊະນະໃນວັນທີ 24 ພະຈິກ 1949. ການຕໍ່ສູ້ດັ່ງກ່າວ ໄດ້ກາຍເປັນການປະທ້ວງໃຫ້ແກ່ນໍ້າໃຈແຫ່ງການປະຕິວັດລຸກຮືຂຶ້ນຂອງຊົນຊັ້ນກໍາມະກອນຫວຽດນາມ ເວົ້າລວມ ແລະ ຖັນແຖວກໍາມະກອນທ່າກໍ່າປັ່ນ ຫ໋າຍຟ່ອງ ເວົ້າສະເພາະ. ປະຕິບັດຕາມແຜນນະໂຍບາຍແຫ່ງການປ່ຽນແປງໃໝ່, ເປີດປະຕູ ແລະ ເຊື່ອມໂຍງຂອງພັກ, ລັດ ແລະ ທ່າກໍ່າປັ່ນຫ໋າຍຟ່ອງ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ. ຄາດວ່າ ປີ 2019, ປະລິມານສິນຄ້າທີ່ຂົນສົ່ງຜ່ານທ່າກໍ່າປັ່ນດັ່ງກ່າວ ບັນລຸ 35 ລ້ານໂຕນ; ລາຍຮັບເກັບມາໄດ້ແມ່ນຫຼາຍກວ່າ 2,2 ພັນຕື້ດົ່ງ; ປະກອບເຂົ້າໃນງົບປະມານແຫ່ງລັດປະມານ 200 ຕື້ດົ່ງ. ໂດຍເປັນທ່າກໍ່າປັ່ນປະຫວັດສາດພັດທະນານານທີ່ສຸດຢູ່ຫວຽດນາມ, ທ່ານກໍ່າປັ່ນຫ໋າຍຟ່ອງ ແມ່ນຂົວຕໍ່ແລກປ່ຽນການຄ້າສາກົນໃຫຍ່ທີ່ສຸດຂອງຫວຽດນາມ, ນໍາບັນດາຜະລິດຕະພັນ, ສິນຄ້າ ແລະ ຊາວຫວຽດນາມ ອອກສູ່ໂລກ ແລະ ນໍາໂລກ ເຂົ້າມາຫວຽດນາມ. ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ຕາງໜ້າການນໍາພັກ, ລັດ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຖັນແຖວພະນັກງານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ພວມເຮັດວຽກຢູ່ທ່າກໍ່າປັ່ນຫ໋າຍຟ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ