ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽ​ນ​ຊວັນ​ຟຸກ​ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມສະຫຼຸບ 50 ປີ​ແຫ່ງ​ການ​ຮັກ​ສາປ້ອງ​ກັນ​ຄວາມ​ປ​ອ​ດ​ໄພ​ສົບ​ຂອງ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດລະນຶກເຖິງ 50 ປີແຫ່ງວັນທ່ານໂຮ່ຈີມິນເຖິງແກ່ມໍລະນະກຳ, ກອງບັນຊາການປ້ອງກັນສຸສານໂຮ່ຈີມິນໄດ້ຈັດຕັ້ງກອງປະຊຸມສະຫຼຸບ 50 ປີແຫ່ງການປະຕິບັດການຮັກສາ, ປ້ອງກັນຄວາມປອດໄພໃຫ້ແກ່ສົບຂອງປະທານໂຮ່ຈີມິນ (1969 - 2019). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽ​ນ​ຊວັນ​ຟຸກ​ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມສະຫຼຸບ 50 ປີ​ແຫ່ງ​ການ​ຮັກ​ສາປ້ອງ​ກັນ​ຄວາມ​ປ​ອ​ດ​ໄພ​ສົບ​ຂອງ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊມິດຕະພາບໃຫ້ແກ່ນັກຊ່ຽວຊານລັດເຊຍ (ພາບ: TTXVN) 

ຫຼັງຈາກປະທານໂຮ່ຈີມິນເຖິງແກ່ມໍລະນະກຳ, ຕາມຄຳປະຕິຍານຄວາມຫວັງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ກົມການເມືອງ, ສູນກາງພັກກອມມູນິດ ຫວຽດນາມໄດ້ລົງມະຕິ: ດ້ວຍນ້ຳໃຈທີ່ແສນເຄົາລົບຮັກຢ່າງລົ້ນເຫຼືອ ແລະ ຮູ້ບຸນຄຸນປະທານ ໂຮ່ຈີມິນຕະຫຼອດໄປ, ຕ້ອງປະຕິບັດ ໜ້າທີ່ຮັກສາສົບຂອງປະທານໂຮ່ຈີມິນໄວ້ຢ່າງຍາວນານ ແລະ ກໍ່ສ້າງສຸສານຂອງເພິ່ນໃຫ້ເປັນຢ່າງດີ. ໜ້າທີ່ສັກກາລະບູຊານີ້ໄດ້ມອບໝາຍໃຫ້ກອງທັບເຊິ່ງປະຕິບັດໂດຍກົງແມ່ນກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ.

        ຕາມແຜນການທີ່ໄດ້ຮັບການກະກຽມກ່ອນນັ້ນ, ພາຍຫຼັງປະທານໂຮ່ຈີມິນເຖິງແກ່ມໍລະນະກຳ, ສົບຂອງເພິ່ນໄດ້ສົ່ງໄປຍັງ ໂຮງໝໍກອງທັບ 108. ໜ່ວຍການແພດພິເສດ ແລະ ບັນດານັກຊ່ຽວຊານ ລັດເຊຍ ໄດ້ປະຕິບັດບັນດາຂັ້ນຕອນທາງເຕັກນິກຢ່າງລະອຽດ ແລະ ຊັດເຈນເພື່ອຮັກສາບັນດາຈຸດທີ່ເປັນເອກະລັກສະເພາະຂອງເພິ່ນໄວ້ໃຫ້ຢູ່ສະພາບເດີມ .

ຕອບກັບ

ຂ່າວ/ບົດ​ອື່ນ