ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຈລະຈາກັບທ່ານປະທານ Raul Castro Ruz

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຈລະຈາກັບທ່ານປະທານ Raul Castro Ruz - ảnh 1
(ທ່ານ​ປະທານ Raul Castro Ruz ​ປະດັບຫຼຽນ​ໄຊ Jose marti
ໃຫ້​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 28/03 (ຕາມ​ເວລາ​ຫວຽດນາມ), ຢູ່​ນະຄອນຫຼວງ La Habana. ທ່ານ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ສ.ກູ​ບາ Raul Castro Ruz ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ. 2 ຝ່າຍ​ຢືນຢັນຄວາມ​ຕັດສິນ​ໃຈ​ປັບປຸງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ສາມັກຄີ​ຖານ​ອ້າຍ​ນ້ອງ, ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື​ຢ່າງຮອບ​ດ້ານລະຫວ່າງ​ຫວຽດນາມ ກູ​ບາ ​ເລິກ​ເຊິ່ງຂຶ້ນ​ຕື່ມ, ​ເພື່ອ​ຮັບ​ໃຊ້ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດຊາດ ​ແລະ ສ້າງ​ລັດທິ​ສັງຄົມ​ນິຍົມ​ຂອງ​ແຕ່ລະ​ປະ​ເທດ.

        ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ປະທາ​ນ Raul Castro Ruz ​ໄດ​້​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ທິດ​ທາງ​ໃຫຍ່ ​ແລະ ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ກູ​ບາ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂດ​ຍສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົມຊ້ອນ ​ແລະ ມີ​ທ່າ​ແຮງ ​ເພື່ອ​ເພີ່ມ​ເຕີມ​ໃຫ້​ກັນ​ຄື: ການ​ຄ້າ, ກະສິກຳ, ​ເອ​ເລັກ​ໂຕ​ນິກ - ​ໂທລະ​ຄົມ, ພະລັງງານ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ສາດ - ການ​ຢາ....

        ການ​ນຳ ກູ​ບາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ປ່ຽນ​ໃໝ່​ຂອງ​ຫວຽດນາມ, ສະ​ແດງ​​ໃຫ້​ເຫັນ​ການ​ຖື​ເປັນ​ສຳຄັນ​ການ​ແລກປ່ຽນ​ບັນດາ​ບົດຮຽນ​ໃນ​ວິວັດ​ແຫ່ງ​ການ​ປ່ຽນ​ໃໝ່​ຢູ່​ຫວຽດນາມ ​ແລະ ຊອກ​ຮູ້​ຮູບ​ແບບ​ພັດທະນາ​ເສດຖະກິດ​ຢູ່​ກູ​ບາ. ທ່ານ​ປະທານ Raul Castro Ruz ​ເນັ້ນ​ໜັກ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ກູ​ບາ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ກູ​ບາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ຄັ້ງ​ນີ້; ຢືນຢັນ​ການ​ຢ້ຽມຢາມຄັ້ງ​ນີ້​ແມ່ນ​ໂອກາດ​ທີ່​ດີ​ ​ເພື່ມມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຖານ​ອ້າຍ​ນ້ອງ​ລະຫວ່າງ​ຫວຽດນາມ - ກູ​ບາ ​ໃນ​ທຸກ​ຂົງ​ເຂດ​ລະອຽດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງທັງ 2 ປະ​ເທດ ​ແລະ ປະຊາຊົນ 2 ຊາດ.

        ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ Raul Castro Ruz ​ໄດ້​ຕາງໜ້າ​ໃຫ້​ລັດ​ກູ​ບາ ປະດັບຫຼຽນ​ໄຊ Jose marti, ​ເຊິ່ງ​ແມ່ນ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງ​ພັກ ​ແລະ ລັດ ສ.ກູ​ບາ ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມອບ​​ເຂົ້າສານ 5.000 ​ໂຕນ, ​ເຄື່ອງກອມ​ພິວ​ເຕີ 100 ຊຸດໃຫ້​ປ​ະຊາ​ຊົນ​ກູ​ບາ​ ​ເປັນ​ຂອງຂວັນ. ຕໍ່​ຈາກ​ນັ້ນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່າ​ນປະທານ Raul Castro Ruz ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໂຄງການ​ດຳ​ເນີນ​ງານ​ເສດ​ຖະກິດ​ໄລຍະ​ກາງ​ ລະຫວ່າງ 2 ລັດຖະບານ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາທາລະນະ​ສຸກ. ​ໃນ​ຂອບ​ເຂດ​ການຢ້ຽມຢາມ, ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ປ້ອງ​ກັນຊາ​ດ. ສິ້ນ​ສຸດ​ການ​ຢ້ຽມຢາມ​ກູ​ບາ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, 2 ຝ່າຍ​ໄດ້​ອອກ​ແຈ້ງ​ຂ່າວ​ໜັງສືພິມ​ຫວຽດນາມ - ກູ​ຍບາ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່າ​ວັນ​ທີ 27/03, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ໄປ​ສຳ​ຫຼວດຕົວ​ຈິງ​ລະດັບ​ຄວາມ​ຄືບ​ໜ້າ ​ແລະ ປະສິດທິ​ຜົນ​ຂອງ​ການ​ຜັນ​ຂະຫຍາຍ​ຮູບ​ແບບ​ໂຄງ​ການ​ຮ່ວມ​ມື​ພັດທະນາ​ເຂົ້າສານ​ຫວຽດນາມ - ກູ​ບາ ຢູ່ນິຄົມ​ກະ​ເສດ Cubancan ຢູ່​ແຂວງ Pinar del Rio.

ສື່ມວນຊົນກູບາສືບຕໍ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງ​ນາຍົກລັດຖະມົ​ນຕີ​ຫງວຽນເຕິນຢຸງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຈລະຈາກັບທ່ານປະທານ Raul Castro Ruz - ảnh 2

ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ປຊຊ ນະຄອນຫຼວງ​ລາ​ຮາ​ວານ

(ພາບ: Đức Tám/TTXVN)

    ໜັງສືພິມ Gramma ສຽງ​ຂອງ​ພັກ​ກອມ​ມູນິດ​ກູ​ບາ ​ແລະ ໜັງສືພິມ “ຊາວ​ໜຸ່ມ​ລຸກ​ຮຶ້ຂຶ້ນ“ ສຽງ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ກູ​ບາສະ​ບັບອອກວັນ​ທີ 27/3, ລ້ວນ​ແຕ່​ໃຫ້​ຂ່າວການ​ນຳ​ກູ​ບາ Fidel Castro ​ໃຫ້​ການ​ຕ້ອນຮັບ​ ​ແລະ ​ໂອ້​ລົມ​ກັບ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຢ່າງ​ສະໜິດສະໜົມ​​ໃນ​ໜ້າ​ທຳ​ອິດ.

  ໜັງສືພິມ​ຕ່າງໆ​ໄດ້​ຊີ້​ແຈ້ງວ່າ, ​ໃນ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ ​ແລະ ມິດຕະພາບ​ຖານ​ອ້າຍ​ນ້ອງ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສາຍ​ພົວພັນ​ປະຫວັດສາດ​ລະຫວ່າງ​ຫວຽດນາມ-​ກູ​ບາ ກໍ່​ຄືບົດຮຽນ​ຂອງ​ສອງ​ປະ​ເທດ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ. ໜັງສືພິມ Gramma ​ໄດ້​ລົງ​ພິມ​ຊີວະ​ປະຫວັດ​ຫຍໍ້​ຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ພ້ອມ​ກັບ​ຂ່າວ ​ແລະ ພາບ​ການ​ພົບ​ປະ, ​ເຮັດ​ວຽກ​ລະຫວ່າງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ ທ່ານ​ຮອງ​ປະທານ​ຜູ້​ທີ 1 ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ກູ​ບາ Miguel Dias Canel ​ແລະ ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ບາ Esteban Lazo Hernandez ຢູ່​ນະຄອນຫຼວງ​ລາ​ຮາ​ວານ. ​ໃນ​ບົດ​ຂຽນດ້ວຍ​ຫົວ​ຂໍ້ “ກູ​ບາ ​ແລະ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​​ເສດຖະກິດ-ການ​ຄ້າ ​ແລະ ວິທະຍາສາດ-​ເຕັກນິກ“, ໜັງສືພິມ “ຊາວ​ໜຸ່ມ​ລຸກ​ຮຶ້ຂຶ້ນ“ ​ໄດ້​ເນັ້ນຫນັກ​ວ່າ: ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ຕີ​ລາຄາ​ສູງບັນດາ​ຜົນງານ​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ກູ​ບາ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະໜັບສະ​ໜູນຂອງ​ກູ​ບາ ຕໍ່​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ ກໍ່​ຄື​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ./.

 

ຂ່າວ/ບົດ​ອື່ນ