ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນ ການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນ ການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການ - ảnh 1
ໜັງ​ສືພິມ “ກະ​ແສ​ຟອງ ເຢຍລະ​ມັນ”​ (WD)
(ພາບ: baomoi.com)


(vovworld) – ​​ຕອນ​ບ່າຍ​ວັນ​ທີ 14/10, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ​​ແລະ ສະຫະພາບ​ອີ​ລົບຢ່າງ​ເປັນ​ທາງ​ການ. ​ເລີ່​ມຕົ້ນການ​ເດີນທາງ​ໄປ​ຢ້ຽມຢາມ ສ.​ເຢຍລະ​ມັນ. ຕໍ່​ໜ້າການ​ຢ້ຽມຢາມ ສ.ສະຫະພັນ​ເຢຍລະ​ມັນ ​ແລະ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ໜັງສືພິມ “Duseldorf ຕອນ​ຄໍ່າ” ​ໄດ້​ໃຫ້​ຂ່າວ​ວ່າ, ​ໃນການ​ຢ້ຽມຢາມ​ບາງ​ປະ​ເທດ​ເອີ​ລົບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ຈະ​ຢ້ຽມຢາມ​ເຢຍລະ​ມັນ ໃນ​ລະຫວ່າງ​ວັນ​ທີ 14 – 15/10. ໜຶ່ງ​ໃນ​ບັນດາ​ຄາດໝາຍ​ໃນ​ການ​ໄປ​ຢ້ຽມຢາມຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແມ່ນ​ເພື່ອ​ປຶກສາ​ຫາລື​ກັບ​ບັນດາ​ຄູ່​ຮ່ວມ​ມື​ເອີ​ລົບ ​ແນ​ໃສ່​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ສະຫະພາບ​ເອີ​ລົບ (EU) ​ແລະ ຫວຽດນາມ (EVFTA), ​ເຊິ່ງໄດ້​ຮັບ​ຖື​ວ່າຈະ​ສ້າງ​ບັນດາ​ຂອບ​ເຂດ​ສະດວກ​ໃຫ້​ແກ່​ກາ​ນສົ່ງ​ອອກ​ຂອງ​ຫວຽດນາມ ​ເຂົ້າ​ບັນດາ​ປະ​ເທດ EU, ກໍ່​ຄື​ການ​ລົງທຶນ​ຂອງ​ບັນດາວິ​ສາ​ຫະກິດ EU ​ເຂົ້າ​ຫວຽດນາມ. ມີ​ເນື້ອ​ໃນ​ສຳຄັນ​ອີກ​ປະການ​ໜຶ່ງນັ້ນແມ່ນ, ​ແລກປ່ຽນກ່ຽວ​ກັບ​ບັນຫາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ປະຈຸ​ບັນ. ບົດ​ຂຽນ​ໄດ້​ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ເດີນ​ຕາມ​ມາດ​ຕະການ​ສັນຕິພາບ​ ບົນ​ພື້ນຖານ​ສັນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັ​ນອອກ (DOC).

        ​ໃນ​ຂະ​ນະ​ນັ້ນ, ໜັງ​ສືພິມ “ກະ​ແສ​ຟອງ ເຢຍລະ​ມັນ”​ (WD) ມີ​ບົດ​ຂຽນຊີ​້ແຈ້ງ​ການ​​ໄປ​ຢ້ຽມຢາມ​ເອີ​ລົບ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​​ເອີ​ລົບ ຍິ່ງກວ່າ​ອີກ, ກໍ່​ຄື​ຍູ້​ແຮງ​ການ​ລົງ​ນາມ EVFTA.

        ສື່​ເອ​ເລັກ​ໂຕ​ນິກການ​ຄ້າ Finanztreff.de ​ໄດ້​ຂັດ​ຄຳ​ເວົ້າ​ຂອງ​ທ່ານ​ລັດຖະມົນຕີ​ການ​ຄ້າ​ສະຫະພັນ​​ເຢຍລະ​ມັນ Wolfgang Schauble ​ໂດຍ​ຖື​ວ່າ, ບັນດາ​ວິ​ສາ​ຫະກິດ​ເຢຍລະມ​ັນ ພວມ​ມີ​ໂອກາດ​ທີ່ດີ​ທີ່​ສຸດ​ໃນ​ການ​​ລົງທຶນ ​ແລະ ຮ່ວມ​ມື​ກັບ​ຫວຽດນາມ.

ຂ່າວ/ບົດ​ອື່ນ