ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະພາແຫ່ງຊາດມຽນມາ

(VOVWORLD) -ຕອນບ່າຍວັນທີ 16 ພຶດສະພາ ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕ້ອນຮັບປະທານສະພາແຫ່ງຊາດ, ທັງເປັນປະທານສະພາສູງ ມຽນມາ Mahn Win Khaing Than ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. 
ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະພາແຫ່ງຊາດມຽນມາ - ảnh 1 ທ່ານປະທານສະພາແຫ່ງຊາດ ມຽນມາ Mahn Win Khaing Than ແລະ ທ່ານປະທານປະເທດ ເຈີນດ້າຍກວາງ

ນະທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກວ່າ ຫວຽດນາມ ແລະ ມຽນມາ ມີຄວາມສາມາດບົ່ມຊ້ອນການຮ່ວມມືຫລາຍຢ່າງ, ສະນັ້ນ ໃນໄລຍະຈະມາເຖິງ ຄວນຮັກສາບັນດາກົນໄກຮ່ວມມືໄດ້ຮັບການສ້າງຕັ້ງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການພົວພັນແລກປ່ຽນລະຫວ່າງບັນດາທ້ອງຖິ່ນ, ພົວພັນແລກປ່ຽນປະຊາຊົນ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ. ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຊື່ງແຕ່ລະປະເທດມີທ່າແຮງເພື່ອພ້ອມກັນພັດທະນາ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ມຽນມາ ສືບຕໍ່ສ້າງເງື່ອນໄຂ, ສະຫນັບສະຫນູນວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດໃນບັນດາຂົງເຂດທະນາຄານ, ການບິນ, ໂທລະຄົມມະນາຄົມ, ການທ່ອງທ່ຽວ, ກະສິກຳ… ສ່ວນທ່ານປະທານສະພາແຫ່ງຊາດ ມຽນມາ Mahn Win Khaing Than ໃຫ້ຮູ້ວ່າ: ມຽນມາ ພວມຕັ້ງຫນ້າຜັນຂະຫຍາຍວິວັດການປັບປຸງກົດໝາຍເພື່ອປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນຕ່າງປະເທດ, ກົດໝາຍວ່າດ້ວຍບໍລິສັດຕ່າງປະເທດໂດຍໄວ, ເພື່ອດຶງດູດການລົງທຶນຕ່າງປະເທດເຂົ້າມຽນມາຫລາຍກວ່າອີກ, ໃນນັ້ນ ມີວິສາຫະກິດຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ