ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບສະຫະພັນບັນດາວິສາຫະກິດອາເມລິກາໃນAPEC

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບສະຫະພັນບັນດາວິສາຫະກິດອາເມລິກາໃນAPEC - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ​ພົບ​ປະ​ສົນ​ທະ​ນາ​ກັບ​ສະ​ຫະ​ພັນ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ໃນ APEC


(vovworld)- ວັນ​ທີ 18/11, ຢູ່ ເປ​ຣູ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນ​ທະ​ນາ​ກັບ​ສະ​ຫະ​ພັນ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ໃນ APEC, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ແຈ້ງ​ໃຫ້​ວົງ​ການ​ນັກ​ທຸ​ລະ​ກິດ ອາ​ເມ​ລິ​ກາ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​: ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຫວຽດ​ນາມ ແມ່ນ​ສຸມ​ໃສ່​ຊຸກ​ຍູ້​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ພັດ​ທະ​ນາ​ຢ່າງ​ຄົບ​ຊຸດ​ໃນ​ທຸກ​ຂົງ​ເຂດ ດ້ວຍ​ຄາດ​ໝາຍ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ. ຫວຽດ​ນາມ ພວມ​​ເອົາ​ໃຈ​ໃຈ​ເປັນ​ພິ​ເສດ​ເຖິງການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ  ເຂົ້າ​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ຕາມ​ທິດ​ເຕັກ​ໂນ​ໂລ​ຊີ​ສູງ, ສະ​ອາດ, ຂຽວ. ພ້ອມ​ກັນ​ນັ້ນ ຫວຽດ​ນາມ ກໍ​ມີ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ໃນ​ທຸກ​ຂົງ​ເຂດ, ບໍ່​ພຽງ​ແຕ່​ຂອງ​ຂອບ​ເຂດ ອາ​ຊຽນ ເທົ່າ​ນັ້ນ ຫາກ​ມີ​ຄວາມ​ປາດ​ຖະ​ຫນາ​ຢາກ​ເປັນ​ຂົວ​ຕໍ່ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ຊຽນ ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນ​ໃນ​ໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ