ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດເຂົ້າຢ້ຽມອຳລາ

ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດເຂົ້າຢ້ຽມອຳລາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຕ້ອນ​ຮັບ​ທ່ານ​ນາງ
Jutta Frasch, ເອກ​ອັກ​ຄະ​ລັດຖະ​ທູດ ເຢຍ​ລະ​ມັນ
ພາບ:cpv.vn

 (vovworld)- ​ ຕອນ​ບ່າຍ​ວັນ​ທີ 20/7 ຢູ່ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ  Jutta Frasch, ເອກ​ອັກ​ຄະ​ລັດຖະ​ທູດ ເຢຍ​ລະ​ມັນ, ທ່ານ Bruno Angelet, ເອກ​ອັກ​ຄະ​ລັດ​ຖະ​ທູດ ແບນ​ຊີກ, ທ່ານ Kimmo Lahdevirta ເອກ​ອັກ​ຄະ​ລັດ​ຖະ​ທູດ ແຟງ​ລັງ ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ການ​ທູດ​ຢູ່​ຫວຽດ​ນາມ. ເມື່ອ​ຕ້ອນ​ຮັບ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ, Jutta Frasch, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ປາດ​ຖ​ະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ເຢຍ​ລະ​ມັນ ເອົາ​ໃຈ​ໃສ່ ແລະ ລົງ​ທຶນ​ຢູ່​ຫວຽດ​ນາມ​ຫລາຍກວ່າ, ພິ​ເສດ ແມ່ນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ. ໃນ​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແບນ​ຊີກ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ປາດ​ຖະ​ຫນາ​​ວ່າ ແບນ​ຊີກ ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ທ່ານ​ປະ​ທານ​ປ​ະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ ພັນ​ທະ​ມິດ ເອີ​ລົບ ໄດ້​ຮັບ​ການ​ລົງ​ນາມ, ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ຈະ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຢ່າງວ່ອງ​ໄວ. ໃນ​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຟງ​ລັງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ປາດ​ຖະ​ຫນາ​ວ່າ ແຟງ​ລັງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ປ່າ​ໄມ້ ກັບ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ