ທ່ານປະທານປະເທດ ຫງວຽນຊວັນຟຸກ: ນຳແຂວງ ແທັງຮວາ ກາຍເປັນແຂວງແບບຢ່າງ

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດານັກວິທະຍາສາດໄດ້ກຳນົດຊື່ເຂດດິນແດນ “ແທັງຮວາ” ມີມາແຕ່ປີ 1029, ສະໄໝເຈົ້າຊີວິດ ຫຼີທາຍຕົງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ: ນຳແຂວງ ແທັງຮວາ ກາຍເປັນແຂວງແບບຢ່າງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບຄະນະປະຈຳພັກແຂວງ ແທັງຮວາ
(ພາບ: TTXVN)

ຕອນເຊົ້າວັນທີ 29 ສິງຫາ, ຢູ່ແຂວງ ແທັງຮວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳພັກແຂວງ ແທັງຮວາ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດານັກວິທະຍາສາດໄດ້ກຳນົດຊື່ເຂດດິນແດນ “ແທັງຮວາ” ມີມາແຕ່ປີ 1029, ສະໄໝເຈົ້າຊີວິດ ຫຼີທາຍຕົງ. ສະນັ້ນ, ຍັງອີກ 7 ປີແມ່ນຄົບຮອບ 1.000 ປີແຫ່ງການກຳເນີດແຂວງ ແທັງຮວາ, ເຊິ່ງແມ່ນເຂດ “ດິນແດນທີ່ສັກສິດ, ເກັ່ງກ້າສາມາດ”, ມີມູນເຊື້ອປະຫວັດສາດອຸດົມສົມບູນ, ຕິດພັນກັບການພັດທະນາຂອງປະເທດຊາດ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ແທັງຮວາ, ຕ້ອງບຸກທະລຸຢ່າງຮອບດ້ານ, ເພື່ອໃຫ້ແຂວງ ແທັງຮວາ ປະຕິບັດຄວາມຄາດຫວັງຂອງປູ່ຍ່າຕາຍາຍ ແລະ ຄວາມປາດຖະໜາຂອງປະທານ ໂຮ່ຈີມິນ, ນຳແຂວງ ແທັງຮວາ ໃຫ້ກາຍເປັນແຂວງ ແບບຢ່າງ ໃນປີ 2029.

ຕອບກັບ

ຂ່າວ/ບົດ​ອື່ນ