ທ່ານປະທານປະເທດ ຫວຽດນາມ Truong Tan Sang ເຈລະຈາກັບ ປະທານາທິບໍດີ ອົດຕະລິດ

ທ່ານປະທານປະເທດ ຫວຽດນາມ Truong Tan Sang ເຈລະຈາກັບ ປະທານາທິບໍດີ ອົດຕະລິດ - ảnh 1
ປະທານາທິບໍດີ ອົດ​ຕະລິດ Heinz Fischer
ພາບ:internet


(vovword)- ຕອນ​ບ່າຍ​ວັນ​ທີ 29/5 ຢູ່ ສຳນັກງານປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​​ໄດ້​ເຈລະຈາ​ກັບ​ປະທານາທິບໍດີ ອົດ​ຕະລິດ Heinz Fischer ທີ່ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 29 -31/5. ນະ​ທີ່​ນີ້, ສອງ​ຝ່າຍ​​ໄດ້​ເອກະ​ພາບ​ກັນເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການພົບ​ປະຂັ້ນ​ສູງ ​ເພື່ອ​ກຳນົດ​ທິດ ​ແລະ ສ້າ​ງທ່ວງທ່າ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ສືບ​ຕໍ່​ພັດທະນາ, ຕັ້ງຫນ້າ​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະນຶກ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອົດ​ຕະລິດ ດຳ​ເນີນ​ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ 2012 ​ຢູ່ ຫວຽດນາມ ​ແລະ ອົດ​ຕະລິດເປັນ​ຢ່າງ​ດີ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ສອງ​ຝ່າຍ​ເນັ້ນ​ຫນັກ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ. ​ໄປຄຽງ​ຄູ່​ກັນ​ນັ້ນ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ, ພະລັງງານ​ໃຫມ່, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ ​ແລະ ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຊຶ່ງ​ອົດ​ຕະລິດ​ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ພະລັງງານ​ສະ​ອາດ ​ແລະ ການ​ຄຸ​້ມຄອງ​ນ້ຳ. ສອງ​ຝ່າຍ​ເຫັນດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ແລະ​ ບັນດາ​ອົງການ​ສາກົນ​ໃຫຍ່.

ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ປະທານາທິບໍດີ ອົດ​ຕະລິດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ປະທານາທິບໍດີ ອົດ​ຕະລິດ ​ແລະ ທ່ານ​ປະທານ​ປະ​ເທດ Truong Tan Sang ພິ​ເສດ​ສອງ​ຝ່າຍ​ໄດ້​ລົງ​ນາ​ມ​ໃນ​ເອກະສານ​ການ​ຮ່ວມ​ມື​ຫລາຍ​ສະບັບ. ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ. 

 

ຂ່າວ/ບົດ​ອື່ນ