ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບຜູ້ຕາງໜ້າກຸ່ມບໍລິສັດນ້ຳມັນອາຍແກັດ Exxonmobil (ອາເມລິກາ)

ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບຜູ້ຕາງໜ້າກຸ່ມບໍລິສັດນ້ຳມັນອາຍແກັດ Exxonmobil (ອາເມລິກາ) - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ
ຕ​ອ້ນ​ຮັບ​​ຜູ້​ຕາງ​ໜ້າ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ Exxonmobil
(ພາບ: TTXVN)


(vovworld) - ທີ່​ການ​ຕ​ອ້ນ​ຮັບ​​ຜູ້​ຕາງ​ໜ້າ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ Exxonmobil ໃນ​ຕອນ​ເຊົ້າ​ວັນ​ທີ 22/5, ຮອງ​ປະ​ທານ​ຂອງກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ Exxonmobil (ອາ​ເມ​ລິ​ກາ) ສອງ​ທ່ານ​ແມ່ນ ທ່ານ Peter P.Clark ແລະ ທ່ານ Raymond E.Jones ໄດ້​ແຈ້ງ​ໃຫ້ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ ​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມື, ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລະ​ຫວ່າງກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ Exxonmobil ກັບ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ ຫວຽດ​ນາມ. ຜູ້​ຕາງ​ໜ້າ​ຂອງກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ Exxonmobil ສະ​ແດງ​ຄວາມ​ຫວັງ​ວ່າບັນ​ດາ​ໂຄງ​ການ​ທີ່​​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ສະ​ດວ​ກ​ສະ​ບາຍ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ຝ່າຍ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ, ປະ​ກອບ​ສ່ວນ​ຍົກ​ສູງ​​ວົງ​ເງິນການ​ຄ້າ​ພ້ອມ​ທັງ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ​ ເຂົ້າ​ຮ່ວມ TPP. ທ່ານ​ປະ​ທານ​ປະ​ເທດຢືນ​ຢັນ​ວ່າ​ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ກັບ​ຄູ່​ຮ່ວມ​ມື ຫວຽດ​ນາມ ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັດ. ທ່ານ​ປະ​ທານ​ປະ​ເທດ​ປາດ​ຖະ​ໜາ​ວ່າ​ທັງວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ກໍ່​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປ​ະ​ເທດ​ມາ​ ຫວຽດ​ນາມ ​ລ້ວນ​ແຕ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ຫຼາຍຢ່າງ​, ຕີ​ລາ​ຄ​າ​ສູງເຈດ​ຕະ​ນາ​ທີ່ຕັ້ງ​ໜ້າຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ Exxonmobil ໃນ​ວິ​ວັດ​ການສຳຫຼວດ, ປະ​ຕິ​ບັດ​ສົມ​ທົບກັບ​ຄູ່​ຮ່ວມ​ມື ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ໃນ​ປີ 2014 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ