ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບ ສະມາຊິກສະພາສູງ ຍີ່ປຸນ

ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບ ສະມາຊິກສະພາສູງ ຍີ່ປຸນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ
ຕ້ອນຮັບ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍີ່​ປຸນ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 5/3, ທີ່ ຮ່າ​ໂນ້ຍ, ​ທີ່​ການຕ້ອນຮັບ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍີ່​ປຸນ ທ່ານ KeizoTakemi, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ແດງ​ຄວາມ​ພາກພູມ​ໃຈ​​ເມື່ອ​ໄດ້​​ເຫັນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ບາດກ້າວ​ພັດ​ທະນະ​ຢ່າງ​ແຮງ, ​ເລິກ​ເຊິ່ງ; ຄວາມ​ເຊື່ອໝັ້ນດ້ານ​ການ​ເມືອງ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸນ ນັບ​ມື​້ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ. ທ່ານ​ປະທານ​ປະ​ເທດ ຂອບ​​ໃຈ ຍີ່​ປຸນ ​ໄດ້ໜູນຊ່ວຍ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ ຫວຽດນາມ ​ໂດຍ​ຜ່ານ​ແຫຼ່ງທຶນ ODA ​ໃນ​ກວ່າ 20 ປີຜ່ານມາ. ທ່ານ​ປະທານ​ປະ​ເທດ ຊົມ​ເຊີຍ​ຂໍ້​ລິ​ເລີ່​ມ​ໃນ​ການ​ຮ່ວມ​ມື​ຂອງ​ຂະ​ແໜງການ​ສາທາລະນະ​ສຸກ​ສອງ​ປະ​ເທດ, ​ໃນ​ນັ້ນ ຍີ່​ປຸນ​ໄດ້ໜູນຊ່ວຍ ຫວຽດນາມ ກໍ່ສ້າງ​ໂຮງໝໍ ​ເຈີ້​ໄຣ, ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກມະ​ເຮັງ, ​ແບ່ງປັນ​ບົດຮຽນ​ໃນ​ການ​ສ້າງ​ໂຄງການ​ປະກັນ​ສຸຂະພາບ​ທົ່ວ​ປະຊາຊົນ, ລົງທຶນ​ເຂົ້າ​ໃນ​ການ​ຜະລິດພາຫະນະ​ອຸປະກອນການ​ແພດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເຊື່ອໝັ້ນວ່າ​ດ້ວຍ​ຖານະ​ຄື​ປັດຈຸບັນ, ທ່ານ KeizoTakemi ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກງານ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື, ປະກອບສ່ວນ​ປັບປຸງ​ນ້ຳ​ໃຈ​ມິດຕະພາບ​ທີ່​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

        ສ່ວນ​ທ່ານ KeizoTakemi ຢືນຢັນ​ວ່າ​ສາຍ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດສາທາລະນະ​ສຸກ ລະຫວ່າງ ຍີ່​ປຸນ ​ແລະ ຫວຽດນາມ ພວມ​ນັບ​ມື້​ນັບໝັ້ນຄົງ ​ແລະ ​ເຊື່ອໝັ້ນວ່າ​ ຫວຽດນາມ ​ແລະ ຍີ່​ປຸນ ພ້ອມ​ກັນ​ວາງ​ອອກ​ກົນ​ໄກ, ນະ​ໂຍບາຍເພື່ອ​ເຮັດ​ໃຫ້​ວຽກງານປະກັນ​ໄພ​ສຸຂະພາບທົ່ວ​ປະຊາຊົນບັນລຸ​ຜົນ​ດີ. ​ທ່ານສະມາຊິກ​ສະພາ​ສູງ ຍີ່​ປຸນ ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ