ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4 ນະຄອນ ໂຮ່ຈິມິນ

ທ່ານປະທານປະເທດ Truong Tan Sang  ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4 ນະຄອນ ໂຮ່ຈິມິນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງ
ພາບ: internet

(vovworld) - ສືບ​ຕໍ່​ໂຄງການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທ່ືອ​ທີ່ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 18/10, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4 ນະຄອນ ​ໂຮ່ຈິ​ມີນ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 300 ຄົນ ​ໄດ້​ສະ​ແດງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ໃນ​ການ​ແກ້​ໄຂ​ບັນດາ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ, ນະ​ໂຍບາຍ​ສາທາລະນະ​ສຸກ, ການ​ບໍລິຫານ​ເສດຖະກິດ​ສັງຄົມ​ຍັງ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ພິ​ເສດ ສະພາບ​ການ​ສໍ້​ລາດ​ບັງ​ຫລວງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ…. ຕາງຫນ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈິ​ມິນ, ທ່ານ​ປະທານ​ປະ​ເທດ ​ໄດ້​ຮັບ​ເອົາ​ຄວາມ​ເຫັນ, ຂໍ​້ສະ​ເຫ​ນີຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ​ເມື່ອ​ເຕື້ອງ​ເຖິງ​ການ​ສໍ້​ລາດ​ບັງ​ຫລວງ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ຫນັກ​ວ່າ: ສະພາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ, ​​ໄລຍະ​ຜ່ານ​ມາການ​​​ແກ້​ໄຂ​ບໍ່​ທັນ​ບັນລຸປະສິດທິຜົນ, ສະ​ນັ້ນ ພັກ​ຕ້ອງ​ຊີ້​ນຳ​ໂດຍ​ກົງ ​ແລະ ​ໄລຍະ​ຈະ​ມາ​ເຖິງ​ຈະ​ບູລະນະ​ຄະນະ​ຊີ້​ນຳພາ​ຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ເລຂາທິການ​ໃຫຍ່.

        “ພວກ​ຂ້າພະ​ເຈົ້າ​ຕ້ອງ​ປະຕິບັດ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ປະຈຳ​ປີ ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ປ່ອນ​ບັດ, ສະ​ນັ້ນ ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ຈະ​ແຈ້ງ​ເພື່ອ​ເຫັນ​ໄດ້​ຄວາມ​ໄວ້​ວາງ​ໃຈ​ຂອງ​ພວກ​ຂ້າພະ​ເຈົ້າ​ຕໍ່​ປະຊາຊົນ, ຕໍ່​ສະພາ​ແຫ່ງ​ຊາດ​ຄື​ແນວ​ໃດ. ສຳລັບ​ຂ້າພະ​ເຈົ້າ​ແລ້ວ ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ບໍ່​ໄວ້​ວາງ​ໃຈ​ອີກ ຂ້າພະ​ເຈົ້າ​ຈະ​ຂໍ​ລາ​ອອກຈາກ​ຕຳ​ແໜ່ງ”

ຂ່າວ/ບົດ​ອື່ນ