ທ່ານປະທານປະເທດ Truong Tan Sang ພົບປະເຈລະຈາກັບນາຍົກລັດຖະມົນຕີລັດເຊຍ

ທ່ານປະທານປະເທດ Truong Tan Sang ພົບປະເຈລະຈາກັບນາຍົກລັດຖະມົນຕີລັດເຊຍ - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang
ພົບ​ປະເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev
( ພາບ: truongtansang.net )


( vovworld ) -    ​ຕອນ​ບ່າຍ​ວັນ​ທີ 26/7, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ມົດສກູ, ສະຫະພັນ​ລັດ​ເຊຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ຕາມ​ຕຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິລໍ​ດີ​ລັດ​ເຊຍ Vladimir Putin. ພາຍຫຼັງ​ພິທີ່​ຕ້ອນຮັບ​ຢູ່​ສະໜາມ​ບິນ Vnukovo 2, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ​້ມີ​ການ​ພົບ​ປະເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev. ທີ່​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ໂດຍ​ຖື​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ ​ໄດ້​ມີ​ບາດ​ກ້ວາ​ພັດທະນາ​ຢ່າງ​ແຂງ​ແຮງ, ນັບ​ມື້​ນັບ​​ແທດ​ຈິງ ​ແລະ ມີ​ປະສິດ​ທິຜົນ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວພັນ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ... ສືບ​ຕໍ່​ໄດ້​ຮັບ​ການ​​ເປີດ​ກວ້າງ ​ແລະ ມີ​ບາດກ້າວ​ຫັນປ່ຽນ​ທີ່​ໃຫຍ່​ຫຼວງ​. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ່ງຫວຽດນາມ ​ແລະ ລັດ​ເຊຍ ພວມ​ປະຕິບັດ, ​ໃນ​ນັ້ນ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັ​ດ, ​ໄຟຟ້ານິວ​ເຄຼຍ ດ້ວຍ​ເລື່ອງ​ສອງ​ຝ່າຍ​ພວມ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ໂຮງງານ​ໄຟ​ຟ້າ​ນິວ​ເຄຼຍ ນິງທ້ວນ​ເລກ 1.

        ທ່ານ​ນາຍົກລັດຖະມົນຕີ Dmitry Medvedev ​ໄດ້​ຢືນຢັນ​ວ່າ ລັດຖະບານ​ສະຫະພັນ​ລັດ​ເຊຍ ຈະ​ສືບ​ຕໍ່​ເອົາ​ໃຈ​​ໃສ່​ຊີ້​ນຳ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ພະລັງງານ​ເປັນ​ຢ່າງ​ດີ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ນ້ຳມັນ​ອາຍ​ແກັດຂອງ​ສອງ​ປະ​ເທດ​ຜັນ​ຂະຫຍາຍປະຕິບັດ​ບັນດາ​ສັນຍາ​ທີ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ ກໍ​ຄື​ເປີດ​ກວ້າງ​ການ​ເຄື່ອນ​ໄຫວສຳ​ຫຼວດ, ​ຂຸດ​ຄົ້ນນ້ຳມັນ​ອາຍ​ແກ​ດຢູ່​ລັດ​ເຊຍ.

ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ບໍລິສັດ ​ແລະ ກຸ່ມ​ບໍລິສັດ​ນຳ​ມັນ​ອາຍແກັດ​ຂອງ​ລັດ​ເຊຍ ສືບ​ຕໍ່​ສຳ​ຫຼວດ ຂຸດ​ຄົ້ນ​ຢູ່​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ເຈ​ລະ​ຈາ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ການ​ນຳ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ, ຖື​ນີ້​ແມ່ນ​ມາດ​ຕະການ​ທີ່​ມີ​ຄວາມ​ສຳຄັນ​ຍິ່ງ ​ແລະ ຈຳ​ເປັນ​ເພື່ອ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ, ​ເປີດ​ແງ່​ວັງ​ທີ່​ໃຫຍ່​ຫຼວງ​ໃຫ້​ການ​ພົວພັນຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ບໍລິການ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເ​ຖິງ.

ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ນາຍົກລັດຖະມົນຕີ Dmitry Medvedev ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດ, ​ເຕັກນິກ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ສອງ​ຝ່າຍ​ໄດ້ຢືນຢັນ​ວ່າຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບດ້ານ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ...

ແລະ​ກໍ​ໃນ​ຕອນ​ຄໍ່າວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູດ, ວົງ​ຄະນະ​ຍາດຊາວ​ຫວຽດນາມ ​ແລະ ວິ​ສາ​ຫະກິດ​ຫວຽດນາມ​ ຢູ່​ສະຫະພັນ​ລັດ​ເຊຍ...

ຂ່າວ/ບົດ​ອື່ນ