ທ່ານປະທານປະເທດ Truong Tan Sang ເປັນປະທານ ກອງປະຊຸມປະຕິຮູບດ້ານຕຸລາການຄັ້ງທີ່ 6

ທ່ານປະທານປະເທດ Truong Tan Sang ເປັນປະທານ ກອງປະຊຸມປະຕິຮູບດ້ານຕຸລາການຄັ້ງທີ່ 6  - ảnh 1
ທ່ານປະທານປະເທດ Truong Tan Sang ເປັນປະທານ ກອງປະຊຸມ
ຄັ້ງທີ່ 6 ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

Vovworld- ​ແຜນ​ແມ່​ບົດຂອງ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດກ່ຽວ​ກັບ​ການ​ເພີ່ມ​ທະວີ​ພື້ນຖານວັດຖຸ ​ແລະ ຖັນ​ແຖວ​ພະນັກງານ​ໃຫ້​ແກ່​ຂະ​ແໜງ​ສານ ​ແລະ ​ໄອ​ຍະ​ການ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ປະຕິ​ຮູບດ້ານຕຸລາການທີ່ກ່ຽວຂ້ອງເຖິງຫຼາຍຂົງເຂດ ທີ່ສຳຄັນ. ການຕີລາຄາດ່ັງກ່າວໂດຍແມ່ນຜູ້ປະຈຳການຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ຍົກອອກມາໃນກອງປະຊຸມຄັ້ງທີ່ 6 ຊຶ່ງຈັດ​ຂຶ້ນ​ໃນ​ວັນ​ທີ 10 ສິງຫາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ສະ​ເໜີ​ຜູ້​ປະຈຳການຄະນະຊີ້ນຳການປະຕິຮູບ ດ້ານຕຸລາການ ສູນກາງ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ ຈົ່ງ​ເລັ່ງ​ໃສ່​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ເນື້ອ​ໃນ​ໃຈກາງ, ​ເຮັດ​ໃຫ້​ຈະ​ແຈ້ງ​ບັນດາ​ບັນຫາ​ທີ່​ຄະນະ​ຮຽບຮຽງ​ໄດ້​ຍົກ​ອອກ​ມາ​ໃນ ແຜນ​ແມ່​ບົດ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ພື້ນຖານວັດຖຸ ​ແລະ ຖັນ​ແຖວ​ພະນັກງານ​ໃຫ້​ແກ່ ​ຂະ​ແໜງ​ສານ ​ແລະ ​ໄອ​ຍະ​ການ. ​ເພື່ອ​ມີ​ພື້ນຖານຢ່າງ​ຄົບ​ຖ້ວນ​ກ່ວາ​ໃຫ້​ແກ່​ການ​ສັງ​ເກດ​ຕີ​ລາຄາ​ບັນດາ​ເນື້ອ​ໃນ​ລະອຽດ​ຂອງ​ແຜນ​ແມ່​ບົດ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ ຄວນມີ​ ​ຄຳ​ເຫັນ​ປະກອບ​ເປັນ​ລາຍ​ລັກ​ອັກ​ສອນ​ເພື່ອໃຫ້ ​ອົງການ​ຮັບຜິດຊອບ​ການ​ຮຽບຮຽງ, ປັບປຸງ​ເພີ່ມ​ເຕີມ​ໃຫ້​ແກ່​ແຜນ​ແມ່​ບົດ​ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່ກົມ​ການ​ເມືອງ​ສູນ​ກາງ​ພັກ​ພິຈາລະນາ​ຕັດສິນ.

ຂ່າວ/ບົດ​ອື່ນ