ທ່ານປະທານສະພາສູງລັດເຊຍຮຽກຮ້ອງຝ່າຍຕາເວັນຕົກສົນທະນາກ່ຽວກັບສະພາບການຢູແກຼນ

ທ່ານປະທານສະພາສູງລັດເຊຍຮຽກຮ້ອງຝ່າຍຕາເວັນຕົກສົນທະນາກ່ຽວກັບສະພາບການຢູແກຼນ - ảnh 1
ສະພາບການຢູ່ ຢູແກຼນ ຄວນແກ້ໄຂຜ່ານການສົນທະນາ
ພາບປະກອບ


(vovworld) - ວັນ​ທີ 5/3, ທ່ານນາງ​ປະທານ​ສະພາ​ສູງ​ລັດ​ເຊຍ Valentia Matvienko ​ໄດ້​ຮຽກຮ້ອງ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ປະລະ​ການ​ກະທຳ​ນາບ​ຂູ່ ​ແລະ ຫັນ​ມາ​ສົນທະນາ​ກັບ​ລັດ​ເຊຍ​ກ່ຽວ​ກັບ ສະພາບ​ການ ຢູ​ແກຼນ. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ພາຍຫລັງ​ກອງປະຊຸມ​ຄົບຄະນະ, ທ່ານ​ປະທານ​ສະພາ​ສູງ​ລັດ​ເຊຍ ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ນາບ​ຂູ່​ຈະ​ບໍ່​ມີ​ປະສິດທິ​ຜົນ​ໃນ​ສະພາບການໂລກ​ປະຈຸ​ບັນ ຫາກຄວນຫັນ​ໄປ​ສູ່​ການ​ສົນທະນາ. ປະຈຸ​ບັນ, ພື້ນຖານ​ເສດຖະກິດ​ຂອງ ລັດ​ເຊຍ ​ໄດ້​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງ​ເຂົ້າ​ກັບ​ພື້ນຖານ​ເສດຖະ​ກິດ​ໂລກ ຍາກ​ທີ່​ເຮັດ​ໃຫ້​ລັດ​ເຊຍ ຕົກ​ຢູ່​ໂດດ​ດຽວ​ໄດ້​. ຕາມ​ທ່ານ​ນາງ Matvienko, ຕະຫລາດ​ລັດ​ເຊຍ ພວມ​ຈຳຫນ່າຍ 40% ປະລິມານ​ສິນຄ້າ​ນຳ​ເຂົ້າ​ຈາກ ອີ​ຢູ ​ແລະ 50% ປະລິມານ​ສິນຄ້າ​ຂອງ​ລັດ​ເຊຍ ສົ່ງ​ໄປ​ຍັງ​ບັນດາ​ປະ​ເທດ ອີ​ຢູ, ສະ​ນັ້ນ ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ປັບ​ໄຫມ​ດ້ານ​ເສດຖະກິດ​ທີ່​ມີ​ຕໍ່​ລັດ​ເຊຍ ຈະ​ກໍ່​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ອັນ​ໃຫຍ່​ຫລວງ​​ໃຫ້​ທັງ​ສອງ​ຝ່າຍ. ກ່ອນ​ຫນ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ ລັດ​ເຊຍ Vladimir Putin ຖະ​ແຫລ​ງວ່າ ລັດ​ເຊຍ ບໍ່​ຢາກ​​​ໃຫ້ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ເຮັດ​ໃຫ້ການ​ຮ່ວມ​ມື​ເສດຖະກິດ​ກັບ​ບັນດາ​ຄູ່​ຮ່ວມ​ມື​​ຂອງ​ປະ​ເທດ​ນີ້​ຊົ່ວ​ຮ້າຍ​ລົງ ​ແລະ ສະ​ແດງ​ຄວາມ​ຫວັງ​ຫລິກລ້ຽງ​ການ​ຖົກ​ຖຽງ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ກ່ຽວກັບ​ບັນຫາ ຢູ​ແກຼນ.

ລັດ​ເຊຍ, ອ​າ​ເມ​ລິ​ກາ, ອີ​ຢູ ​ເຫັນ​ດີ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຢູ​ແກຼນຜ່ານ​ການ​ສົນທະນາ

​ ພາຍຫລັງ​ການ​ພົບ​ປະ​ຂັ້ນ​ລັດຖະມົນຕີ​ຢູ່ ປາຣີ ປະ​ເທດ ຝລັ່ງ ກ່ຽວ​ກັບ​ສະພາບ​ການ ຢູ​ແກຼນ, ວັນ​ທີ 5/3, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໄດ້​ຖະ​ແຫລ​ງຕໍ່​ວົງ​ການ​ນັກ​ຂ່າວ​ວ່າ: ອາ​ເມ​ລິ​ກາ, ລັດ​ເຊຍ ​ແລະ ສະຫະພາບ​ເອີ​ລົບ(ອີ​ຢູ) ລ້ວນ​ແຕ່​ເຫັນ​ດີ​ວ່າ: ວິ​ກິດ​ການ​ຢູ່ ຢູ​ແກຼນ ກໍ​ຄື​ສະພາບ​ການ​ສັບສົນ​ທີ່​ເກີດຂຶ້ນ ຄວນ​​ແກ້​ໄຂ​ຜ່ານ​ການ​ສົນທະນາ.

ທຸກ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ສືບ​ຕໍ່ສູ້​ຢັນ​ກັນຈະ​ບໍ່​ນຳ​ມາ​ຜົນ​ປະ​ໂຫຍ​ດ​ໃຫ້​ບໍ່​ວ່າ​ຝ່າຍ​ໃດ. ສ່ວນ​ຜູ້ຕາງຫນ້າ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ບັນດາ​ຝ່າຍ​ເຫັນ​ດີ ຄວນ​ຫນູນ​ຊ່ວຍ​ປະຊາຊົນ ຢູ​ແກຼນ ປະຕິບັດ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​​ເມື່ອ​ວັນ​ທີ 21/2 ກ່ຽວ​ກັບ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ, ສ້າງ​ລັດຖະບານ​ໄກ​ເກ່ຍປອງ​ດອງ​ຊາດ ​ແລະ ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ.

ຂ່າວ/ບົດ​ອື່ນ