ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ ພົບປະສະມາຊິກສະພາແຫ່ງຊາດຍິງ ແລະ ທິມບານເຕະຍິງ ຫວຽດນາມ

(VOVWORLD) -ຜ່ານອາຍຸການຕ່າງໆຜ່ານມາ, ຍາມໃດສະພາແຫ່ງຊາດ ຫວຽດນາມ ກໍ່ມີອັດຕາແມ່ຍິງເປັນສະມາຊິກສະພາແຫ່ງຊາດສູງທີ່ສຸດເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ ພົບປະສະມາຊິກສະພາແຫ່ງຊາດຍິງ ແລະ ທິມບານເຕະຍິງ ຫວຽດນາມ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບຜູ້ແທນສະມາຊິກສະພາແຫ່ງຊາດສະເພາະກິດຍິງ)

ຕອນບ່າຍວັນທີ 08 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບຜູ້ແທນສະມາຊິກສະພາແຫ່ງຊາດສະເພາະກິດຍິງຂັ້ນສູນກາງ ແລະ ການນຳຍິງ, ຄຸ້ມຄອງຂັ້ນກົມຂອງຫ້ອງວ່າການສະພາແຫ່ງຊາດ ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ. ກ່່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ຜ່ານອາຍຸການຕ່າງໆຜ່ານມາ, ຍາມໃດສະພາແຫ່ງຊາດ ຫວຽດນາມ ກໍ່ມີອັດຕາແມ່ຍິງເປັນສະມາຊິກສະພາແຫ່ງຊາດສູງທີ່ສຸດເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ; ຄຸນນະພາບ ແລະ ບົດບາດຂອງສະມາຊິກສະພາແຫ່ງຊາດຍິງ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ ພົບປະສະມາຊິກສະພາແຫ່ງຊາດຍິງ ແລະ ທິມບານເຕະຍິງ ຫວຽດນາມ - ảnh 2(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ)

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 08 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບທິມບານເຕະຍິງ ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ສະເໜີຕ້ອງກຳແໜ້ນ, ຍົກສູງສະຕິຄວາມຮັບຮູ້ກ່ຽວກັບການເສີມຂະຫຍາຍບົດບາດຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກ່ຽວກັບການພັດທະນາກິລາກາຍຍະກຳ ຫວຽດນາມ ເວົ້າລວມ ແລະ ການພັດທະນາບານເຕະຍິງເວົ້າສະເພາະ.

        “ຕ້ອງຖືບັນຫາພອນສະຫວັນດ້ານກິລາໃຫ້ສະເໝີພາບກັບບັນດາພອນສະຫວັນອື່ນ ເພື່ອພົບເຫັນຜູ້ມີພອນສະຫວັນ, ມີການກຳນົດທິດບຳລຸງສ້າງຢ່າງມີແບບມີແຜນ, ບໍ່ປະໃຫ້ເກີດການຟູມເຟືອຍໃນຂົງເຂດກິລາ. ນັ້ນກໍ່ແມ່ນການປະຕິບັດຈິດໃຈປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານ ການສຶກສາ ແລະ ບຳລຸງສ້າງຂອງພັກ, ເຊື່ອມຊຶມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໃນຈົດໝາຍເພິີ່ນສົ່ງໃຫ້ນັກຮຽນເນື່ອງໃນໂອກາດກ້າວເຂົ້າສົກຮຽນໃໝ່ກ່ຽວກັບການສ້າງ “ພື້ນຖານການສຶກສາເຮັດໃຫ້ພັດທະນາກຳລັງຄວາມສາມາດຢ່າງຮອບດ້ານທີ່ມີຢູ່ແລ້ວຂອງພວກນ້ອງ”, ເຮັດໃຫ້ຜູ້ມີພອນສະຫວັນບໍ່ວ່າໃນຂົງເຂດໃດກໍ່ໄດ້ຮັບຄວາມເຄົາລົບ”.

ຕອບກັບ

ຂ່າວ/ບົດ​ອື່ນ