ທ່ານປະທານາທິບໍດີ ຝະຣັ່ງ ຢ້ຽມຢາມທາງລັດຖະກິດເຖິງ ຈີນ ເປັນຄັ້ງທຳອິດ

(VOVWORLD) -ຕອນບ່າຍວັນທີ 07 ມັງກອນ, ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ໄດ້ອອກຈາກນະຄອນຫລວງ Paris, ເດີນທາງຢ້ຽມຢາມທາງລັດຖະກິດເຖິງ ຈີນ ເປັນຄັ້ງທຳອິດ.
ທ່ານປະທານາທິບໍດີ ຝະຣັ່ງ ຢ້ຽມຢາມທາງລັດຖະກິດເຖິງ ຈີນ ເປັນຄັ້ງທຳອິດ - ảnh 1 ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron (ພາບ: AFP/TTXVN)

ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ທ່ານປະທານາທິບໍດີ ຝະຣັ່ງ ແມ່ນການນຳ ເອີຣົບ ຄົນທຳອິດຢ້ຽມຢາມ ຈີນ ນັບແຕ່ພາຍຫລັງກອງປະຊຸມໃຫຍ່ພັກກອມມູນິດ ຈີນ ຄັ້ງທີ 19 ເມື່ອເດືອນ ຕຸລາ 2017. ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 05 ມັງກອນ ຜ່ານມາ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານປະທານາທິບໍດີ Emmanuel Macron ມີຄວາມໝາຍສຳຄັນສຳລັບການພົວພັນ 2 ຝ່າຍ ຈີນ - ຝະຣັ່ງ. ໃນການຢ້ຽມຢາມ ຈີນ ທີ່ແກ່ຍາວເປັນເວລາ 3 ວັນ, ຄາດຄະເນວ່າ ທ່ານປະທານາທິບໍດີ ຝະຣັ່ງ ຈະພົບປະກັບບັນດາການນຳ ຈີນ ແລະ ເຂົ້າຮ່ວມບາງເຫດການສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ