ທ່ານປະທານແນວໂຮມປະເທດຊາດຫວຽດນາມຢ້ຽມຢາມສິງກະໂປ

ທ່ານປະທານແນວໂຮມປະເທດຊາດຫວຽດນາມຢ້ຽມຢາມສິງກະໂປ - ảnh 1

ທ່ານ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມຢ້ຽມຢາມສິງກະ​ໂປ

(ພາບ:Lê Hải/Vietnam+)

(vovworld) - ​ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສະຫະສະມາຄົມ​ປະຊາຊົນ ສິງກະ​ໂປ, ​ແຕ່​ວັນ​ທີ 27/3 - 30/3, ຄະນະ​ຜູ້​ແທນ​ຂັ້ນສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ຫົວໜ້າຄະນະ​ໄດ້​ໄປຢ້ຽມຢາມ​ ​ແລະ ​ເຮັດ​ວຽກຢູ່ ສິງກະ​ໂປ. ​ໃນ​ການ​ຢ້ຽມຢາມ​ ແລະ​ ເຮັດ​ວຽກຄັ້ງນີ້, ທ່ານ​ປະທານ ຫງວຽນທ້ຽນ​ເຍີ​ນ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ Tharman Shanmugaratnam, ຮອງນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ ສິງກະ​ໂປ; ​ເຮັດ​ວຽກກັບ​ທ່ານ​ນາງ Amy Khor, ລັດຖະມົນຕີຮັບຜິດຊອບ​ກະຊວງ​ຊັບພະຍາກອນ​ມະນຸດ ​ແລະ ທ່ານ Ang Hak Seng, ຜູ້ອຳນວຍ​ການ​ໃຫຍ່ສະຫະສະມາຄົມ​ປະຊາຊົນ ສິງກະ​ໂປ.

   ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ທ່ານ​ປະທານແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີ​ນ ​ແລະ ຄະນະ​ຜູ້​ແທນຈະ​ຊອກ​ຮູ້​ກ່ຽວກັບ​ນະ​ໂຍບາຍ​ດຶງ​ດູດ​ຜູ້​ເກັ່ງ​ກ້າ​ສາມາດ​ໃນ​ຂົງ​ເຂດ​ແຫ່ງ​ລັດຂອງ ສິງກະ​ໂປ, ການ​ຄຸ້ມ​ຄອງແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ນະ​ໂຍບາຍ​ແຮງ​ງານ​ເຂົ້າ​ເມືອງຂອງ ສິງກະ​ໂປ, ການ​ຄຸ້ມ​ຄອງການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ​ປະຊາ​ຄົມ​ກໍ່​ຄື​ໂຄງການ​ເຄື່ອນ​ໄຫວ​ຢູ່​ຂັ້ນພື້ນຖານ​ເພື່ອ​ເພີ່ມ​ທະວີ​ການ​ເຂົ້າຮ່ວມ​ຂອງ​ປະຊາ​ຄົມ. ຄະນະ​ຜູ້​ແທນ​ຂັ້ນສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກໍ່ຍັງ​ພົບ​ປະ​ກັບປະຊາ​ຄົມ​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ສິງກະ​ໂປ.



ຂ່າວ/ບົດ​ອື່ນ