ທ່ານຜູ້ປະຈຳການຄະນະເລຂາສູນກາງພັກ ເລືອງເກື່ອງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

(VOVWORLD) - ເລື່ອງສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມື ຮ່ວມມືຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ
ທ່ານຜູ້ປະຈຳການຄະນະເລຂາສູນກາງພັກ ເລືອງເກື່ອງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ - ảnh 1(ທີ່ການພົບປະ)

        ໂດຍໄດ້ຮັບຄຳເຊີນຂອງສູນກາງພັກກອມມູນິດ ຈີນ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ເລືອງເກື່ອງ ເປັນຫົວໜ້າຄະນະ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 09 – 12 ຕຸລາ.

        ວັນທີ 11 ຕຸລາ, ຢູ່ນະຄອນຫຼວງ ປັກກິງ, ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ເລືອງເກື່ອງ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ແມ່ນ “ແກ່ນສານ”, ປະຊາຊົນ ຈີນ ຈະປະຕິບັດບັນດາເປົ້າໝາຍຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 20 ຢ່າງມີໄຊ. ທ່ານຢືນຢັນວ່າ, ເລື່ອງສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມື ຮ່ວມມືຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ, ແມ່ນຄວາມຮຽກຮ້ອງໂດຍພາວະວິໄສ, ການຄັດເລືອກຍຸດສະສາດ ແລະ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຢືນຢັນວ່າ, ຈີນ ພ້ອມແລ້ວຈະພ້ອມກັບ ຫວຽດນາມ ສືບຕໍ່ຮັກສາ, ດຳເນີນການພົບປະຂັ້ນສູງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ໃນຫຼາຍຊ່ອງທາງ; ທ່ານສະເໜີໃຫ້ 2 ຝ່າຍເສີມຂະຫຍາຍບັນດາກົນໄກຮ່ວມມື, ການພົບປະແລກປ່ຽນຊ່ອງທາງພັກໃຫ້ມີປະສິດທິຜົນສູງ; ຜັນຂະຫຍາຍບັນດາກົນໄກເຈລະຈາໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ເພີ່ມທະວີການຮ່ວມມືຢ່າງແທດຈິງ, ການເຊື່ອມຕໍ່ມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ