ທ່ານລັດຖະມົນຕີກະຊວງຕຳຫລາດຫວຽດນາມ ໂຕເລິມ ຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງບັນດາອົງການປະຕິບັດກົດໝາຍ ສ.ເກົາຫຼີ, ວັນທີ 08 ກໍລະກົດ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫລວດ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫລວດ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. 

ທີ່ການຕ້ອນຮັບທ່ານລັດຖະມົນຕີ ໂຕເລິມ, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາອົງການປະຕິບັດກົດໝາຍຂອງ ສ.ເກົາຫຼີ ແລະ ກະຊວງຕຳຫລວດ ຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມມື, ເປັນຕົ້ນແມ່ນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳກໍ່ການຮ້າຍ.

ທ່ານລັດຖະມົນຕີກະຊວງຕຳຫລາດຫວຽດນາມ ໂຕເລິມ ຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ - ảnh 1ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon  (ພາບ: cand.vn)

ສ່ວນທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນ “ຄູ່ຮ່ວມມືຍຸດທະສາດ” ກັບ ສ.ເກົາຫຼີ ແລະ ປາດຖະໜາວ່າ ສ.ເກົາຫຼີ ຈະສືບຕໍ່ແບ່ງປັນບົດຮຽນ, ຊຸກຍູ້ການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ ເພື່ອການພັດທະນາແບບຍືນຍົງ ແລະ ຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ; ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນຂອງພາກພື້ນ ແລະ ໂລກ.

        ກ່ອນໜ້ານັ້ນ, ທີ່ສຳນັກງານອົງການຕຳຫລວດແຫ່ງຊາດ ສ.ເກົາຫຼີ ໄດ້ດຳເນີນການພົບປະເຈລະຈາລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ອົງການຕຳຫລວດແຫ່ງຊາດ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ