ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຈະເດີນ​ທາງ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 28 – 29 ກໍ​ລະ​ກົດ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຈະເດີນທາງມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 28 – 29 ກໍລະກົດ 2021. 
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຈະເດີນ​ທາງ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 28 – 29 ກໍ​ລະ​ກົດ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin (ພາບ: AFP/Getty)

ໃນການຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ຖືກດຳເນີນໃນຕອນບ່າຍວັນທີ 22 ກໍລະກົດ ແບບທາງໄກ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຈະເດີນທາງມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 28 – 29 ກໍລະກົດ 2021. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້, ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງສອງປະເທດ. ທ່ານນາງ ເລທິທູຮັ່ງກ່າວວ່າ:

        “ການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຈະສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງສອງປະເທດ ແລະ ກອງທັບສອງປະເທດ, ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ແລະ ປະກອບສ່ວນເຂົ້າໃນຂອບເຂດຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ”.

        ກໍທີ່ການຖະແຫຼງຂ່າວນີ້, ສຳລັບແຫຼ່ງຂ່າວ ອັງກິດ ປະກາດຈະຈັດສົ່ງກ່ຳປັ່ນສູ້ຮົບໄປຍັງບັນດາເຂດທະເລຂອງອາຊີ ເປັນປະຈຳ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ:

        “ຂ້າພະເຈົ້າຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການເຄື່ອນໄຫວຢູ່ທະເລຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ ຕ້ອງປະຕິບັດບັນດາຂໍ້ກຳນົດຂອງກົດໝາຍສາກົນໃນນັ້ນ ມີ UNCLOS 1982, ພ້ອມທັງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບດ້ານຄວາມໝັ້ນຄົງ, ຄວາມປອດໄພ, ເຄົາລົບກົດໝາຍກ່ຽວກັບການຮ່ວມມືຢູ່ທະເລ ເພື່ອຜົນປະໂຫຍດລວມທີ່ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງບັນດາປະເທດໃນພາກພື້ນ ແລະ ປະຊາຄົມສາກົນ.”

ກ່ຽວກັບບັນຫາການທູດວັກຊິນ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງກໍຢັ້ງຢືນວ່າ ວັກຊິນກັນພະຍາດໂຄວິດ - 19 Moderna ຈຳນວນກວ່າ 3 ລ້ານໂດສ ຂອງ ອາເມລິກາ ຈະສົ່ງມາຮອດ ຫວຽດນາມ ໃນທ້າຍອາທິດນີ້. ນີ້ກໍແມ່ນໜຶ່ງໃນບັນດາໝາກຜົນທີ່ຕັ້ງໜ້າຂອງການທູດວັກຊິນ ຂອງ ຫວຽດນາມ ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ