ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ລົງກວດກາສະພາບການໄພພິບັດທຳມະຊາດ ແລະ ໜູນຊ່ວຍປະຊາຊົນເຂດນ້ຳຖ້ວມ

(VOVWORLD) - ຕອນບ່າຍວັນທີ 5 ສິງຫາ, ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ, ນຳໜ້າຄະນະປະຕິບັດງານກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ບາງອົງການກ່ຽວຂ້ອງ ລົງສຳຫຼວດ ຕີລາຄາສະພາບການໄພພິບັດທຳມະຊາດ ກໍ່ຄືໜູນຊ່ວຍປະຊາຊົນເຂດນ້ຳຖ້ວມ ອ໋ຽນບ໋າຍ. 
ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ລົງກວດກາສະພາບການໄພພິບັດທຳມະຊາດ ແລະ ໜູນຊ່ວຍປະຊາຊົນເຂດນ້ຳຖ້ວມ  - ảnh 1 ເຂດຖືກນ້ຳແກ່ງ

ທີ່ການປະຊຸມກັບການນຳແຂວງ ອ໋ຽນບ໋າຍ, ທ່ານ ເຈ່ີນຮົ່ງຮ່າ, ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຮຽກຮ້ອງໃຫ້ສະຖາບັນວິທະຍາສາດ ອຸຕຸນິຍົມ ອຸທົກກະສາດ ແລະ ປ່ຽນແປງຂອງດິນຟ້າອາກາດ ຈົ່ງຄົ້ນຄ້ວາ, ຕີລາຄາ, ຊອກຫາສາຍເຫດ ແລະ ສະເໜີບັນດາມາດຕະການຄົບຊຸດໂດຍໄວ ເພື່ອເປັນເຈົ້າການໃນການສະກັດກັ້ນນ້ຳແກ່ງ, ມອບໝາຍໃຫ້ສູນອຸຕຸນິຍົມ ອຸທົກກະສາດແຫ່ງຊາດສືບຕໍ່ຕິດຕາມສະພາບຝົນຕົກນ້ຳຖ້ວມເພື່ອແຈ້ງຂໍ້ມູນຂ່າວສານໃຫ້ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຄະນະກຳມະການປະຊາຊົນແຂວງ ອ໋ຽນບ໋າຍ, ບັນດາພະແນກ, ຂະແໜງການ ໃນບໍລິເວນແຂວງ. ທ່ານລັດຖະມົນຕີ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍໃນເຫດການນ້ຳຖ້ວມທີ່ຜ່ານມາ ແລະ ມອບໃຫ້ແຂວງຈຳນວນເງິນ 800 ລ້ານດົ່ງຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ແຫຼ່ງເງິນເລ້ຍລາຍຈາກກະຊວງເພື່ອຊ່ວຍແຂວງແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ…

ຕອບກັບ

ຂ່າວ/ບົດ​ອື່ນ