ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟູກຢ້ຽມຢາມ,ມອບຂອງຂວັນໃຫ້ເດັກນ້ອຍຢູ່ບ້ານSOSດ່າໜັງ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟູກຢ້ຽມຢາມ,ມອບຂອງຂວັນໃຫ້ເດັກນ້ອຍຢູ່ບ້ານSOSດ່າໜັງ - ảnh 1
ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ມອບ​ຂອງຂວັນ​ໃຫ້​ພວກ​ນ້ອງຢູ່
​ບ້ານ​ເດັກນ້ອຍ SOS ດ່າ​ໜັງ ​ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ 1/6

(vovworld) – ຕອນບ່າຍວັນ​ທີ 31/5, ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟູກ ​ໄດ້ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ພວກ​ນ້ອງຢູ່​ບ້ານ​ເດັກນ້ອຍ SOS ດ່າ​ໜັງ ​ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ 1/6. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟູກ ​ໄດ້​ຍ້ອງຍໍ​ນ້ຳ​ໃຈ, ຄວາມ​ຮັບຜິດຊອບ​ຂອງ​ຖັນ​ແຖ​ວຄູອາຈານ, ພະນັກງານ, ພາລະ​ກອນ​ບ້າ​ນ​ເດັກ​ນ້ອຍ SOS ດ່າ​ໜັງ​ ​ເຊິ່ງ​ໄດ້​ລ້ຽງ​ດູ, ສຶກສາພວກ​ນ້ອງ​ເປັນ​ຢ່າງ​ດີ; ຊ່ວຍພວກ​ນ້ອງມີ​ສຸຂະ​ພາບ​​ເຂັ້ມແຂງ, ມີ​ຄວາມກ້າວ​ໜ້າ, ຮຽນ​​ເກັ່ງ ​ແລະ ​ເຕີບ​​ໃຫຍ່​ເພື່ອ​ເປັນ​ຄົນ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ຊວນ​ຟູກ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດ​ພ້ອມກັບປະຊາຊົນ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກພິ​ເສດ, ພິ​ເສດ​ແມ່ນ​ເດັກນ້ອຍ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ບັນ​ດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຄວນ​ເອົາ​ໃຈ​ໃສ່​​ລົງທຶນດ້ານ​ພື້ນຖານວັດຖຸ ​ແລະ ເງື່ອນ​ໄຂ​ລ້ຽງ​ດູ​​​ໃຫ້​ດີ​ທີ່​ສຸດ ເພື່ອ​ໃຫ້​ບັນດາ​ບ້ານເດັກ SOS ສືບ​ຕໍ່​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​​ເດັກນ້ອຍ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກພິ​ເສດດີ​ທີ່​ສຸດ.

ຂ່າວ/ບົດ​ອື່ນ