ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຂົ້າຮ່ວມກອງປະຊຸມຄະນະຊີ້ນຳການປະຕິຮູບເງິນເດືອນ

(VOVWORLD) -ຕອນເຊົ້າວັນທີ 22 ພະຈິກ, ທີ່ກອງປະຊຸມຂອງຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ ແລະ ນະໂຍບາຍປະກັນໄພສັງຄົມ

ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຂົ້າຮ່ວມກອງປະຊຸມຄະນະຊີ້ນຳການປະຕິຮູບເງິນເດືອນ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ

(ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳຖືວ່າ, ເລື່ອງປະຕິຮູບເຮັດໃຫ້ກົງຈັກລັດຖະກອນກະທັດລັດ ແລະ ປ່ຽນແປງໃໝ່ການເຄື່ອນໄຫວຂອງຫົວໜ່ວຍພາກລັດ ບໍ່ແມ່ນການຫຼຸດຜ່ອນຜູ້ອອກແຮງງານ, ຫາກແມ່ນຫຼຸດຜ່ອນການອີງໃສ່ງົບປະມານຂອງລັດ. ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ, ສູນກາງໄດ້ຕົກລົງຫັກລາຍຮັບງົບປະມານສູນກາງທີ່ເກີນດູນ 40% ແລະ ລາຍຮັບງົບປະມານທ້ອງຖິ່ນເກີນດູນ 70% ໃນໄລຍະ 2018 - 2020 ເພື່ອສະຫງວນໃຫ້ແກ່ການປະຕິຮູບເງິນເດືອນໃໝ່ນັບແຕ່ປີ 2021. ລັດຖະບານກໍ່ກະກຽມປະກາດໃຊ້ດຳລັດກ່ຽວກັບການທົດລອງຄຸ້ມຄອງຜູ້ອອກແຮງງານ, ເງິນເດືອນ, ເງິນບຳເນັດຢູ່ລັດວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ