ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວງ​ຟຸ​ກ ແລະ
ທ່ານຮອງ​ນາຍົກລັດຖະມົນຕີ ສປປ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/06, ທ່ານ ຫງວຽນ​ຊວງ​ຟຸ​ກ, ກຳ​ມະ​ການ​ກົ​ມການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ປະທານຄະນະກຳມາທິການ​ຮ່ວມ​ມື​ຫວຽດນາມ - ລາວ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ກຳມະການ​ກົມ​ການ​ເມືອງ, , ຮອງ​ນາຍົກລັດຖະມົນຕີ ສປປ ລາວ, ປະທານ ຄະນະກຳມາທິກາກຳມະການ​ຮ່ວມ​ມື​ລາວ - ຫວຽດນາມ. ຮອງ​ນາຍົກລັດຖະມົນ​ຕີ​ທັງ 2 ທ່ານໃຫ້ຄຳ​ຊີ້​ນຳ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກ​ລົງ​ການ​ນຳ​ຂັ້ນ​ສູງ ​ແລະ ​ໃນ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກອງ​ປະຊຸມ​ຄັ້ງ​ທີ 35 ຄະນະກຳມາທິການ​ລະຫວ່າງ​ລັດຖະບານ​ຂອງ 2 ປະ​ເທດ, ​ໂດຍ​ສະ​​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ຮອງ​ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ການ​ລົງທຶນ​ເຂົ້າ​ລາວ ​ແລະ ຢືນຢັນ​ວ່າ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ. ຮອງ​ນາຍົກລັດຖະມົນ​ຕີ 2 ທ່ານ ກໍ​ແລກປ່ຽນກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່ກອງ​ປະຊຸມ​ຄັ້ງ​ທີ 36 ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານຫວຽດນາມ - ລາວ ຊຶ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ 2014.



ຂ່າວ/ບົດ​ອື່ນ