ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງລັດຖະການຝຣັ່ງ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງລັດຖະການຝຣັ່ງ - ảnh 1
( ພາບ: baodientu.chinhphu.vn )


( vovworld ) -  ຕອນ​ບ່າຍ​ວັນ​ທີ 6/3, ຢູ່​ຮ່າ​ໂນ້ຍ, ​ເມື່ອ​​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງລັດຖະການສ.ຝຣັ່ງ Francois Sauvadet ທີ່​ພວມຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະປະກອບສ່ວນ​ເພີ່ມທະວີ​ ​ພັດທະນາ​ການ​ພົວພັນຮ່ວມ​ມືລະຫວ່າງ​ຫວຽດນາມ - ຝຣັ່ງ. ​ທ່ານ​ກໍ່​ແຈ້ງ​​ບາງ​ຢ່າງກ່ຽວ​ກັບ​ການ​ພັດທະນາ​ສາຍພົວພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດນາມ - ຝຣັ່ງ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວັງວ່າ, ​ໃນ​ໄລຍະ​ຈະ​ມ​າເຖິງ, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຍຸດຕິ​ທຳ, ຍົກ​ສູງ​ຄວາມ​ສາມາດ ​ແລະ ຄຸນນະ​ພາບ​ຖັນ​ແຖວ​ລັດຖະກອນ. ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ປັບປຸງ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ລັດ​ຖະ​ກອນຢູ່​ຂັ້ນ​ທ້ອງຖິ່ນ ​ແລະ ສູນ​ກາງ.

ຂ່າວ/ບົດ​ອື່ນ