ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ນະຄອນໂຮ່ຈີມິນ ຕ​້ອງ​ຄຸມ​ຄອງ​ຜູ້​ເຮັດ​ວຽກ​ໃນ​ໂຮງ​ງານ​ແຕ່​ລະ​ແຫ່ງ

(VOVWORLD) -
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ນະຄອນໂຮ່ຈີມິນ ຕ​້ອງ​ຄຸມ​ຄອງ​ຜູ້​ເຮັດ​ວຽກ​ໃນ​ໂຮງ​ງານ​ແຕ່​ລະ​ແຫ່ງ - ảnh 1

 (ພາບ: VGP)

   ນະຄອນໂຮ່ຈີມິນ ຕ້ອງເພີ່ມທະວີການຄຸມຄອງຜູ້ເຮັດວຽກ ໃນໂຮງງານແຕ່ລະແຫ່ງ ຢູ່ບັນດາເຂດອຸດສາຫະກຳ, ເຂດປຸງແຕ່ງເພື່ອສົ່ງອອກເພື່ອແນໃສ່ປ້ອງກັນ, ຕ້ານໂລກລະບາດ. ນີ້ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ກອງປະຊຸມແລກປ່ຽນວຽກງານທາງອອນລາຍ ກັບການນຳນະຄອນໂຮ່ຈີມິນ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 12 ກໍລະກົດ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ມາຮອດປະຈຸບັນ, ບັນດາເຂດແຍກຕົວລວມໝູ່ ໄດ້ຜັນຂະຫຍາຍສະມັດຕະພາບປະມານ 70% ແລ້ວ. ສະນັ້ນ, ນະຄອນໂຮ່ຈີມິນ ຕ້ອງສົມທົບກັບກະຊວງສາທາລະນະສຸກ ຮີບເຮັ່ງພິດຈາລະນາການຜັນຂະຫຍາຍການແຍກຕົວຢູ່ບ້ານ.

      

ຕອບກັບ

ຂ່າວ/ບົດ​ອື່ນ