ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາ​ມ: ສຸມ​ໃສ່​ພັດ​ທະ​ນາ​ນັກ​ເຕະ​ບານໜູ່ມທີ່​ເປັນ​ມື​ອາ​ຊີບ

(VOVWORLD) - ກຸ່ມບໍລິສັດ Viettel ພວມເອົາໃຈໃສ່ເປັນພິເສດໃນການພັດທະນາບານເຕະໜູ່ມ Viettel ທີ່ເປັນມືອາຊີບ ແລະ ມີຄວາມຍືນຍົງ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາ​ມ: ສຸມ​ໃສ່​ພັດ​ທະ​ນາ​ນັກ​ເຕະ​ບານໜູ່ມທີ່​ເປັນ​ມື​ອາ​ຊີບ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໂອ້ລົມກັບບັນດານັກເຕະບານໜູ່ມ (ພາບ: VGP/ດິງນາມ) 

ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ລົງຢ້ຽມຢາມ ແລະ ເຮັກວຽກຢູ່ສູນກິລາ Viettel. ທ່ານຮອງນາຍົກລັດຖະມົນຕີໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຂອງກຸມບໍລິສັດ ອຸດສາຫະກຳ - ໂທລະຄົມມະນາຄົມການທະຫານເວົ້າລວມ ແລະ ສູນກິລາ Viettel ເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີຖືວ່າ ຢາກມີພື້ນຖານບານເຕະທີ່ເຂັ້ມແຂງ, ເປັນມືອາຊີບ ແລະ ມີຄວາມຍືນຍົງຄວນສຸມໃສ່ຝຶກອົບຮົມ, ບຳລຸງສ້າງຢ່າງຮອບດ້ານກ່ຽວກັບວັດທະນະທຳ, ເຕັກນິກ…ໃຫ້ແກ່ນັກເຕະບານໜູ່ມ.

ປັດຈຸບັນ, ກຸ່ມບໍລິສັດ Viettel ພວມເອົາໃຈໃສ່ເປັນພິເສດໃນການພັດທະນາບານເຕະໜູ່ມ Viettel ທີ່ເປັນມືອາຊີບ ແລະ ມີຄວາມຍືນຍົງ, ປະກອບສ່ວນເຂົ້າໃນການຍົກລະດັບກິລາຂອງ ຫວຽດນາມ ຢູ່ໃນພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ