ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງຢຸດຍິງຢູ່ເຂດກາຊາຢ່າງຍາວນານ

ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງຢຸດຍິງຢູ່ເຂດກາຊາຢ່າງຍາວນານ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki moon
photo:internet


(vovworld)- ວັນ​ທີ 22/8, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki moon ​ໄດ້​ປຶ​ກສາ​ຫາລື​ທາງ​ໂທລະສັບ​ກັບ​ການ​ນຳ​ຈຳນວນ​ຫນຶ່ງ​ຢູ່ ຕາ​ເວັນ​ອອກ​ກາງ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຫລັກ​ແຫ​ລ່ງອື່ນ ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ເຂດ ກາຊາ ​ແລະ ຮຽກຮ້ອງ​ຢຸດ​ຍິງ​ຢ່າງ​ຍາວ​ນານ. ທ່ານ Ban Ki Moon ​ໄດ້​​​ໂອ້​ລົມ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas, ລັດຖ​ະມົນຕີການ​ຕ່າງປະ​ເທດ ອີ​ຢີບ, Sameh Hassan Shokry Selim ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry. ທ່ານ​ເລຂາທິການ​ໃຫຍ່ ສປຊ ​ເນັ້ນ​ຫນັກ​ວ່າ: ບັນດາ​ຝ່າຍ ຄວນ​ກັບ​ຄື​ນ​ໂຕະ​ເຈລະຈາ​ກ່ຽວ​ກັບ​ການ​ຢຸດ​ຍິງ ດ້ວຍ​ບົດບາດ​ເປັນ​ຜູ້​ໄກ່​ເກ​ຍປອງ​ດອງ​ຂອງ ອີ​ຢີບ. ທ່ານ Ban ki moon ຮຽກຮ້ອງ​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ໄລຍະ​ຍາວ ພ້ອມ​ທັງ​ຢືນຢັນ ສປຊ ຈະ​ສະຫນັບສະຫນູນ​ບໍ່​ວ່າ​ຂໍ້​ຕົກລົງ​ໃດ​ຊື່​ງບັນດາ​ຝ່າຍ​ບັນລຸ​ໄດ້.

ຂ່າວ/ບົດ​ອື່ນ