ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຕີລາຄາສູງການຮ່ວມມືຂອງ ຫວຽດນາມ

(VOVWORLD) - ວັນທີ 12 ກໍລະກົດ, ທີ່ສຳນັກງານສະຫະປະຊາຊາດ (ສປຊ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ໄດ້ຍື່ນສານແຕ່ງຕັ້ງເຖິງທ່ານເລຂາທິການໃຫຍ່ ສປຊ Antonio Guterres, ເລີ່ມຕົ້ນອາຍຸການປະຕິບັດງານຢ່າງເປັນທາງການ ດ້ວຍຖານະບົດບາດເປັນເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຂອງ ຫວຽດນາມ ປະຈຳ ສປຊ.
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຕີລາຄາສູງການຮ່ວມມືຂອງ ຫວຽດນາມ - ảnh 1 ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ທີ່ການພົບປະແລກປ່ຽນກັບທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ພາຍຫລັງພິທີຍື່ນສານແຕ່ງຕັ້ງ, ທ່ານເລຂາທິການໃຫຍ່ Antonio Guterres ໄດ້ຕີລາຄາສູງການຮ່ວມມືຂອງ ຫວຽດນາມ ກັບ ສປຊ ໃນຫລາຍຂົງເຂດ, ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ Antonio Guterres ຢືນຢັນວ່າ: ຫວຽດນາມ ກໍ່ຄືທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຢ່າງຕັ້ງໜ້າຈາກ ສປຊ ເວົ້າລວມ ແລະ ທ່ານເລຂາທິການໃຫຍ່ Antonio Guterres ເວົ້າສະເພາະ.

        ສ່ວນທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ: ຫວຽດນາມ ຂອບອົກຂອບໃຈຕໍ່ການໜູນຊ່ວຍ ແລະ ການຮ່ວມມືອັນດີງາມທີ່ສຸດ ເຊິ່ງ ສປຊ ໄດ້ສະຫງວນໃຫ້ ຫວຽດນາມ ນັບແຕ່ເມື່ອ ຫວຽດນາມ ກາຍເປັນສະມາຊິກຂອງ ສປຊ; ແລະ ຢືນຢັນນະໂຍບາຍຂອງ ຫວຽດນາມ ແມ່ນສູ້ຊົນເພື່ອກາຍເປັນປະເທດສະມາຊິກຕັ້ງໜ້າ ມີຄວາມຮັບຜິດຊອບຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ