ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມ,ອວຍພອນບຸນເຕັດອົງຄະນະພັກ,ອຳນາດການປົກຄອງ,ປຊຊນະຄອນຮ່າໂນ້ຍ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມ,ອວຍພອນບຸນເຕັດອົງຄະນະພັກ,ອຳນາດການປົກຄອງ,ປຊຊນະຄອນຮ່າໂນ້ຍ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມ,
ອວຍພອນບຸນເຕັດອົງຄະນະພັກ,ອຳນາດການປົກຄອງ,ປຊຊນະຄອນຮ່າໂນ້ຍ)


(vovworld) - ​ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ 2017, ສະ​ເຫຼີມ​ສະ​ຫຼອງ 87 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (03/02/1930 – 03/02/2017), ຕອນ​ເຊົ້າ​ວັນ​ທີ 28/01 (ກົງ​ກັບ​ວັນ​ທີ 01 ບຸນ​ເຕັດ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົ​ນ​ນະ​ຄອນ​ຮ່າ​ໂນ້ຍ. ຕີ​ລ​າ​ຄາ​ສູງ​ບັນ​ດາ​ຜົນ​ງານ​ຂອງ​ນະ​ຄອນ​ໃນ​ປີ​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​ວ່າ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ ຍັງ​ມີ​ຫຼາຍ​ຢູ່. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ, ສ​ູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ກາ​​ໜ້າທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄ​ົມ​ຂອງ​ນະ​ຄອນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ, ຢືນ​ຢັນ​ບົດ​ບາດ, ທີ່​ຕັ້ງ​ແມ່ນ​ສູນ​ເສດ​ຖະ​ກິດ​ໃຫຍ່​ຂອງ​ທົ​່ວ​ປະ​ເທດ. ຮ່າ​ໂນ້ຍ​ຕ້ອງ​ເປັນ​ແບບ​ຢ່າງ​ນຳ​ໜ້າ, ປະ​ຕິ​ບັດ​ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ, ການ​ປະ​ຕິ​ຮູບ​​ບັນ​ດາລະ​ບຽບ​ການ​ບໍ​ລິ​ຫານ, ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 12) ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ​ໃຫ້​ເປັນ​ຢ່າງ​ດີ. ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປະ​ຈຳ​ຊາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ອວຍ​ພອນ​ໃຫ້​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ​ຫຼວງ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ປີ 2017.

ຂ່າວ/ບົດ​ອື່ນ