ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ທະຫານເຂດ4

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ທະຫານເຂດ4 - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຢ້ຽມຢາມແລະເຮັດວຽກຢູ່ທະຫານເຂດ4
(ພາບ: TTXVN)

(vovworld) - ​​​​​ວັນ​ທີ 05/05, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ, ເລ​ຂາຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ບັນ​ດາ​ຫົວ​ໜ​່ວຍກອງ​ທັບ​ເຮືອ ທີ່​ຕັ້ງ​ທັບ​ຢູ່​ຖານ​ທີ່​ໝັ້ນ​ການ​ທະ​ຫານ ກາມ​ແຣງ, ທະ​ຫານ​ເຂດ 4 (ເຫຼົ່າ​ທັບ​ເຮືອ). ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ເຊິ່ງ​ພະ​ນັກ​ງານ, ນັກ​ຮົບ​ເຫຼົ່າ​ທັບ​ເຮືອ​ເວົ້າ​ລວມ ແລະ ບັນ​ດາ​ຫົວ​ໜ່ວຍເຫຼົ່າ​ທັບ​ເຮືອ ໃນ​ຖານ​ທີ່​ໝັ້ນ​ການ​ທະ​ຫານ ກາມ​ແຣງ ເວົ້າ​ສະ​ເພາະ​ທີ່​ບັນ​ລ​ຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ໄດ້​ໃສ່​ໃຈ​ພະ​ນັກ​ງານ, ນັກ​ຮົບ, ພົນທະ​ຫານ​ວິ​ຊາ​ການ, ພ​າ​ລະ​ກອນ​ປ້ອງ​ກັນ​ຊາດ ຢູ່​ແຕ່​ລະ​ຫົວ​ໜ່ວຍ ຈົ່ງ​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ຍົກ​ສູງ​ເຈດ​ຈຳ​ນົງ, ແນວ​ຄິດ, ຄວາມ​ຮັບ​ຜິ​ດ​ຊອບ… ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​ວ່າ, ພະ​ນັກ​ງານ, ລູກ​ເຮືອ ແລະ ນັກ​ຮົບ​ແຕ່​ລະ​ຄົນ​ຕ້ອງ​ແມ່ນ​ແກ່ນ​ສານ​ດີ​ເດັ່ນ​ໃນ​ການກໍ່​ສ້າງ​ເຫຼົ່າ​ທັບ​ເຮືອ​ຫວຽດ​ນາມ ປະ​ຕິ​ບັດ, ກອງ​ທັບ​ຫຼວງ, ຍອດຢ້ຽມ, ທັນ​ສະ​ໄໝ ທຽບ​ເທົ່າ​ກັບ​ຄວາມ​ຮຽກ​ຮ້ອງ​ເປັນ​ແກ່ນ​ສານ​ໃນ​ໜ້າ​ທີ່ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ, ໄຫຼ່​ທະ​ວີບ​ຂອງ​ປະ​ເທດ​ຊາດ; ປະ​ກອ​ບ​ສ່ວນ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວ​ງ​ຊົນປະ​ຕິ​ບັດ 2 ໜ​້າ​ທີ​່ຍຸດ​ທະ​ສາດ​ແມ່ນ​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ຢ່າງ​ມີ​ໄຊ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ຸ​ຈ​້ອງ ເນັ້ນ​ໜັກ​ວ່າ.

“ພັກ ແລະ ລັດ​ໄດ້​ມີ​​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ໃນ​ນັ້ນ​ມີ​ແຜນ​ນະ​ໂຍ​ບາຍ​ກໍ່​ສ້າງ​ທ່າ​ກ່ຳ​ປັ່ນ​ສາ​ກົນ ກາມ​ແຣງ ໂດຍ​ໄວ. ດ້ວຍ​ໜ້າ​ທີ່​ຕ້ອນ​ຮັບ​ກ່ຳ​ປັ່ນ​ການ​ທະ​ຫານ​ຫຼາຍ​ປະ​ເພດ, ກ່ຳ​ປັ່​ນ​ຜູ້​ໂດຍ​ສານ​ສາ​ກົນ, ສະ​ໜອງ​ການ​ບໍ​ລິ​ການ​ການ​ເດີນ​ທະ​ເລ, ສະ​ນັ້ນ, ທ່າ​ກ່ຳ​ປັນ​ສາ​ກົນ ກາມ​ແຣງ ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ, ປະ​ກອບ​ສ່ວນຢັ້ງ​ຢືນ​​ນະ​ໂຍ​ບາຍ​ພົວ​ພັນ​ກັບ​ສາ​ກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ໂດ​ຍ​ສັນ​ຕິ​ພາບ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ກອງ​ທັບ​ເຮືອ​ສາ​ກົນ”.

        ການ​ນຳ​ບັນ​ດາ​ກົມ​ກອງ​ເຫຼົ່​າ​ທັບ​ເຮືອ ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ໝ​ູ່​ເກາະ​ເຈື​່ອງ​ຊາ, ເຂດ​ທະ​ເລ​, ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ຖານ​ທີ່​ໝັ້ນ ກາມ​ແຣງ ແລະ ບັນ​ດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ.

ຂ່າວ/ບົດ​ອື່ນ