ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງໄປຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ

        ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງໄປຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ - ảnh 1

       ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​



(vovworld)- ຕອນ​ເຊົ້າ​ວັນ​ທີ 16/2, ກົງ​ກັບ​ວັນ​ທີ 28 ຂອງບຸນ​ເຕັດ , ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃໝ່​ປີ​ມະ​ແມ 2015, ແລະ ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​, ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ ປະ​ທານ​ໂຮ່​ຈິ​ມິນ​ຢູ່ໃນ​ບໍ​ລິ​ເວນ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໂອ້​ລົມ ແລະ ຕັກ​ເຕືອນພະ​ນັກ​ງານ, ພາ​ລະ​ກອນ​ເຮັດ​ວຽກຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ ປະ​ທານ​ໂຮ່​ຈິ​ມິນ​ຢູ່ໃນ​ບໍ​ລິ​ເວນ​ສຳ​ນັກ​ງານ​ປະ​ທານ​ປະ​ເທດວ່າ ຕ້ອງ​ແມ່ນ​ບັນ​ດາ​ຜູ້​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​​ກ່ຽວ​ກັບ​ການກໍ່​ສ້າງ​ພັກ, ຮ່ຳ​ຮຽນ ແລະ ເຮັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງປະ​ທານ​ໂຮ່​ຈິ​ມິນ​.

         ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໄປ​ຢ້ຽມ​ຢາມ​ ແລະ  ອວຍພອນ​ປ​ີ​ໃໝ່​ສາດ​ສະ​ດາ​ຈານ, ນັກ​ວິ​ລະ​ຊົນ​ແຮງ​ງານ ວູ້​ຄຽວ.
ຂ່າວ/ບົດ​ອື່ນ