ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມກັບພັນລະຍາ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະຕິບັດພິທີປ່ອຍປາໃນໂອກາດບຸນເຕັດ

(VOVWORLD) -ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການລະດູບານໃໝ່ທີ່ບ້ານເກີດເມືອງນອນ 2019 ແລະ ໄດ້ໄປຖະຫວາຍທູບທຽນ ຢູ່ ອະນຸສາວະລີ ຫຼີ໊ຖ໊າຍໂຕ໋; ອະນຸສາວະລີ ເຈົ້າຊີວິດເລ ແລະ ວິຫານ ງອກເຊີນ

ຕອນບ່າຍວັນທີ 26 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນຈໍານວນຫຼວງຫຼາຍ ໄດ້ເຂົ້າຮ່ວມລາຍການ ລະດູບານໃໝ່ທີ່ບ້ານເກີດເມືອງນອນ 2019, ໄດ້ປະຕິບັດພິທີປ່ອຍປາ ຢູ່ໜອງເຕົາ, ຕາມປະເພນີຂອງຊາດຫວຽດນາມ, ເນື່ອງໃນໂອກາດ ສົ່ງອົງກົງອົງຕ໊າວ (ເທວະດາຜູ້ດູແລເຕົ້າໄຟ ຄືວັນທີ 23 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ຮຸ່ງເຮືອງສີວິໄລ, ປະຊາຊົນມີຄວາມອີ່ມໜໍາສໍາລານ, ສົມບູນພູນສຸກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມກັບພັນລະຍາ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະຕິບັດພິທີປ່ອຍປາໃນໂອກາດບຸນເຕັດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖ່າຍຮູບກັບຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ພາບ: TTXVN)

ພາຍຫຼັງປະຕິບັດພິທີປ່ອຍປາແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ໂອ້ລົມສົນທະນາ, ຢ້ຽມຢາມຖາມຂ່າວເຖິງສະພາບການດໍາລົງຊີວິດ, ການເຮັດວຽກ ແລະ ການດໍາເນີນທຸລະກິດ ຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢ່າງສະໜິດສະໜົມ; ໃຫ້ກໍາລັງໃຈປະຊາຊົນ ຍາມໃດກໍມີຄວາມສາມັກຄີ, ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ; ເຊື່ອມຕົວເຂົ້າກັບສັງຄົມຂອງປະເທດປະຈໍາຖິ່ນ, ພ້ອມທັງອະນຸລັກຮັກສາສີສັນວັດທະນະທໍາຂອງຊາດໄວ້, ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ປະເທດຊາດ. ເນື່ອງໃນໂອກາດປີໃໝ່ ປີກຸນ ທີ່ຈະວຽນມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກໍໄດ້ສົ່ງຄໍາອວຍໄຊໃຫ້ພອນ ມາຍັງພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດທຸກຖ້ວນໜ້າ ພ້ອມດ້ວຍຄອບຄົວ ບັນດາຄໍາອວຍພອນອັນດີງາມທີ່ສຸດ ແລະ ປີໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນທຸກໜ້າທີ່ການງານ.

ກ່ອນໜ້ານັ້ນ, ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການລະດູບານໃໝ່ທີ່ບ້ານເກີດເມືອງນອນ 2019 ແລະ ໄດ້ໄປຖະຫວາຍທູບທຽນ ຢູ່ ອະນຸສາວະລີ ຫຼີ໊ຖ໊າຍໂຕ໋; ອະນຸສາວະລີ ເຈົ້າຊີວິດເລ ແລະ ວິຫານ ງອກເຊີນ.


ຕອບກັບ

ຂ່າວ/ບົດ​ອື່ນ