ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ໂອ​ກາດ​ປະ​ຫວັດ​ສາດເພື່ອ​ນຳ​ໂລກ​ກ້າວ​ເຂົ້າ​ສູ່​ຍຸກ​ສ​ະ​ໄໝ​ໃໝ່, ສັງ​ກາດ​ພັດ​ທະ​ນາ​ໃໝ່

(VOVWORLD) -     ຕອນເຊົ້າວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານ ສປຊ ທີ່ ນິວຢອກ (ອາເມລິກາ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມວາລະໄຂ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມສຸດຍອດອະນາຄົດຂອງ ສປຊ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ໂອ​ກາດ​ປະ​ຫວັດ​ສາດເພື່ອ​ນຳ​ໂລກ​ກ້າວ​ເຂົ້າ​ສູ່​ຍຸກ​ສ​ະ​ໄໝ​ໃໝ່, ສັງ​ກາດ​ພັດ​ທະ​ນາ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ (ພາບ: VOV)

ໂດຍແມ່ນນັກປະຖະກະຖາຖືກເຊີນຂຶ້ນກ່າວຄຳເຫັນໃນວາລະຄົບຄະນະທຳອິດຂອງກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຖືວ່າ ພູມປັນຍາຂອງມະນຸດ ໄດ້ຊ່ວຍປ່ຽນແປງໂລກ ແລະ ຊີວິດຂອງມະນຸດ, ແຕ່ກໍຍ້ອນມະນຸດເອງ ເປັນປັດໄຈກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ຊັບະຍາກອນຫຼຸດລົງ ຫຼື ການປະດິດອາວຸດລ້າງຜານປະເພດຕ່າງໆ… ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ ບັນດາການຄັດເລືອກໃນປັດຈຸບັນຈະກຳນົດອະນາຄົດ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ໃນໄລຍະທີ່ມີລັກສະນະບາດລ້ຽວໃນປັດຈຸບັນ, ບັນດາປະເທດຕ້ອງເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະ ກັນ, ປະຕິບັດກົດໝາຍສາກົນ ແລະ ກົດບັດ ສປຊ, ໃນນັ້ນ ບັນດາປະເທດໃຫຍ່ ຕ້ອງມີການປະພຶດຢ່າງມີຄວາມຮັບຜິດຊອບ, ຕ້ອງມີການແບ່ງປັນຜົນງານລວມໃນການຄົ້ນຄວ້າວິທະຍາສາດເຕັກໂນໂລຢີ ເພື່ອພ້ອມກັນພັດທະນາ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຊີ້ແຈ້ງວ່າ:

       “ພວກເຮົາພວມຢືນຢູ່ຕໍ່ໜ້າໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່ທີ່ດີງາມກວ່າ, ເພື່ອການພັດທະນາຢ່າງກ້າວໜ້າ ແລະ ຍຸຕິທຳໃນສັງຄົມ ເພື່ອຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ ເມື່ອພວກເຮົາຕົກລົງເອກະພາບໄດ້ຄວາມຮັບຮູ້ ພ້ອມກັນກະທຳ, ພ້ອມກັນມານະພະຍາຍາມ ແລະ ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ໂອ​ກາດ​ປະ​ຫວັດ​ສາດເພື່ອ​ນຳ​ໂລກ​ກ້າວ​ເຂົ້າ​ສູ່​ຍຸກ​ສ​ະ​ໄໝ​ໃໝ່, ສັງ​ກາດ​ພັດ​ທະ​ນາ​ໃໝ່ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນຢູ່ກອງປະຊຸມສົນທະນາ (ພາບ: TTXVN)

        ເນື່ອງໃນໂອກາດນີ້, ຕອນບ່າຍວັນທີ 22 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ກອງປະຊຸມສົນທະນາ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມື ຫວຽດນາມ - ອາເມລິກາ ໃນການພັດທະນາແຫຼ່ງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI)”. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຖືວ່າ, ການຮ່ວມມືໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດຈະຊ່ວຍເປີດກາລະໂອາກາດໃໝ່ຫຼາຍຢ່າງໃຫ້ແກ່ວິສາຫະກິດສອງປະເທດ, ຫວຽດນາມ ແລະ ອາເມລິກາ ຈະພ້ອມກັນເສີມຂະຫຍາຍ, ຂຸດຄົ້ນທ່າໄດ້ປຽບຂອງແຕ່ລະຝ່າຍ.

        “ມີຫຼາຍທ້ອງຖິ່ນຂອງ ຫວຽດນາມ ປາດຖະໜາວ່າ ບັນດານັກລົງທຶນ ອາເມລິກາ ຈະມາສຶກສາທ້ອງຖິ່ນຂອງ ຫວຽດນາມ, ພວກຂ້າພະເຈົ້າຈະສ້າງພື້ນຖານໂຄງລ່າງ, ເງື່ອນໄຂດີທີ່ສຸດເພື່ອພັດທະນາການລົງທຶນຢູ່ ຫວຽດນາມ. ຫວຽດນາມ ຍາມໃດກໍຖືເປັນສຳຄັນການຮ່ວມມືສາກົນ ແລະ ເຂົ້າໃຈວ່າ ເພື່ອປະສົບຜົນສຳເລັດ ແລະ ໄປໄກກວ່າໃນບັນດາຂົງເຂດເຕັກໂນໂລຢີສູງ, ພິເສດແມ່ນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ ພວກເຮົາຈະກ້າວໄປພ້ອມກັນ, ພ້ອມກັນສ້າງລະບົບມູນຄ່າແບບຍືນຍົງ”.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ