ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ເຫັນ​ປະ​ຈັກ​ຕາ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​

(VOVWORLD) - ດ້ວຍຄວາມມານະພະຍາຍາມຂອງການນຳລຸ້ນຕ່າງໆ, ປະຊາຊົນສອງປະເທດ, ປັດຈຸບັນ ຫວຽດນາມ ແລະ ອາເມລິກາ ບໍ່ພຽງແຕ່ຊອກຫາໄດ້ຕຳລາຊຸກຍູ້ການຮ່ຳບາດແຜສົງຄາມເທົ່ານັ້ນ ຫາກຍັງພ້ອມກັນມອບບັນດາໂອກາດທີ່ຄົນລຸ້ນກ່ອນບໍ່ສາມາດຄາດຄິດໄດ້ ໃຫ້ແກ່ຄົນລຸ້ນໜຸ່ມສອງປະເທດ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ເຫັນ​ປະ​ຈັກ​ຕາ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ (ອາເມລິກາ), ໃນຂອບເຂດການເດີນທາງປະຕິບັດງານຢູ່ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການສະເຫຼີມສະຫຼອງໜຶ່ງປີແຫ່ງການຍົກລະດັບການພົວພັນກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2023 - 2024), ມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ (1995 - 2025).

ທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫວນຄືນປະຫວັດສາດແຫ່ງການພົວພັນ ຫວຽດນາມ - ອາເມລິກາ ແລະ ຖືວ່າ ການພົວພັນສອງປະເທດແມ່ນແບບຢ່າງທີ່ຫາຍາກ ໃນການພົວພັນສາກົນ ກ່ຽວກັບການຮ່ຳບາດແຜ ແລະ ສ້າງການພົວພັນພາຍຫຼັງສົງຄາມ. ທ່ານໃຫ້ຮູ້ວ່າ:

ກ່ອນນີ້ 30 ປິ, ອາດເຫັນໄດ້ວ່າ ຜູ້ທີ່ມີຄວາມປະເອີບໃຈທີ່ສຸດ ກໍ່ບໍ່ຄິດໄດ້ວ່າ ຫວຽດນາມ ແລະ ອາເມລິກາ ອາດຈະຜ່ານຜ່າຄວາມເຈັບປວດຂອງສົງຄາມ ເພື່ອສ້າງ ແລະ ພັດທະນາການພົວພັນຢ່າງເຂັ້ມແຂງ ແລະ ຕັ້ງໜ້າຄືໃນປັດຈຸບັນ. ພວກເຮົາໄດ້ເຫັນປະຈັກຕາບັນດາບາດກ້າວຢ່າງເຂັ້ມແຂງທີ່ບໍ່ເຄີຍມີມາກ່ອນ, ຈາກສັດຕູຂອງກັນ ພວກເຮົາກາຍເປັນເພື່ອນມິດ, ຄູ່ຮ່ວມມືຢ່າງຮອບດ້ານໃນປີ 2013 ແລະ ພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍຄູ່ຮ່ວມມືຮອບດ້ານ, ສອງປະເທດບັນລຸໄດ້ບາດກ້າວສຳຄັນຫຼາຍຢ່າງໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

ກ່າວຄຳເຫັນທີ່ເຫດການ, ທ່ານ Jone Kerry ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ດ້ວຍຄວາມມານະພະຍາຍາມຂອງການນຳລຸ້ນຕ່າງໆ, ປະຊາຊົນສອງປະເທດ, ປັດຈຸບັນ ຫວຽດນາມ ແລະ ອາເມລິກາ ບໍ່ພຽງແຕ່ຊອກຫາໄດ້ຕຳລາຊຸກຍູ້ການຮ່ຳບາດແຜສົງຄາມເທົ່ານັ້ນ ຫາກຍັງພ້ອມກັນມອບບັນດາໂອກາດທີ່ຄົນລຸ້ນກ່ອນບໍ່ສາມາດຄາດຄິດໄດ້ ໃຫ້ແກ່ຄົນລຸ້ນໜຸ່ມສອງປະເທດ. ໃນຂະນະນັ້ນ, ທ່ານ Dan Sullivan ສະມາຊິກສະພາສູງ ຢັ້ງຢືນວ່າການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອາເມລິກາ ໄດ້ຮັບການສະໜັບສະໜູນຈາກ ສະພາຕ່ຳ  ແລະ ສະພາສູງ ອາເມລິກາ, ດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາທີ່ຍິ່ງໃຫຍ່, ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະ ໃນໂລກ.  

ຕອບກັບ

ຂ່າວ/ບົດ​ອື່ນ