ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ກາຍ​ເປັນ​ຕົວ​ແບບ​ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າງ​ພັກ

(VOVWORLD) - ຕອນບ່າຍວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນມູນເຊື້ອຂອງສະຖາບັນ (9/1949 – 9/2024).
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ກາຍ​ເປັນ​ຕົວ​ແບບ​ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າງ​ພັກ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະເໜີໃຫ້ພະນັກງານ, ຄູອາຈານ, ສຳມະນາກອນຂອງໂຮງຮຽນຈົ່ງປ່ຽນແປງໃໝ່ວຽກງານການສຶກສາ, ບຳລຸງສ້າງພະນັກງານຢ່າງແຮງ; ຖືການຍົກສູງຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງ, ຫຼັກໝັ້ນດ້ານແນວຄິດ ແລະ ລະດັບການສຶກສາ, ຄວາມສາມາດຊີ້ນຳນຳພາ, ຄຸ້ມຄອງໃຫ້ແກ່ສຳມະນາກອນ; ທິດສະດີຕ້ອງຕິດພັນກັບພຶດຕິກຳຕົວຈິງ. ພ້ອມທັງ, ເປັນເຈົ້າການໃກ້ຊິດຕິດແທດຕາມຄວາມຮຽກຮ້ອງຕ້ອງການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແຫຼ່ງຊັບພະຍາກອນມະນຸດເປັນການນຳ, ຄຸ້ມຄອງໃນມະຕິ, ຄຳສັ່ງ, ຂໍ້ສະຫຼຸບຂອງພັກສະບັບຕ່າງໆ ເພື່ອສ້າງຫຼັກສູດບຳລຸງສ້າງ, ສຶກສາໃຫ້ເໝາະສົມ; ປະສານສົມທົບລະຫວ່າງການຮຽນທິດສະດີ, ການຄົ້ນຄວ້າພຶດຕິກຳຕົວຈິງກັບການປົກປ້ອງພື້ນຖານແນວຄິດຂອງພັກ; ສ້າງມີວິໄສທັດ, ຈິນຕະນາການຍຸດທະສາດ, ແບບວິທີ, ທັກສະການນຳພາ, ຄຸ້ມຄອງໃຫ້ເໝາະສົມກັບແຕ່ລະທີ່ຕັ້ງບົດບາດ, ອົງການສຳນັກງານ, ທ້ອງຖິ່ນ ແລະ ປະເທດຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ