ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ດຳ​ລົງ​ຊີ​ວິດ, ຕໍ່​ສູ້, ອອກ​ແຮງ​ງານ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ແນວ​ໃດ​ສົມ​ກັບ​ການ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) -ພັກ ແລະ ລັດຫວຽດນາມ ຍາມໃດກໍເອົາໃຈໃສ່ຊີ້ນຳປະຕິບັດວຽກງານຮູ້ບຸນຄຸນ ແລະ ຕອບບຸນແທນຄຸນຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ມີຫຼາຍແຜນນະໂຍບາຍຂອງພັກພັກ, ນະໂຍບາຍ, ກົດໝາຍຂອງລັດສຳລັບຜູ້ມີຄຸນງາມຄວາມດີໄດ້ປະກາດໃຊ້.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ດຳ​ລົງ​ຊີ​ວິດ, ຕໍ່​ສູ້, ອອກ​ແຮງ​ງານ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ແນວ​ໃດ​ສົມ​ກັບ​ການ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ແທນ 75 ຄົນ ເຊິ່ງເປັນຜູ້ມີຄຸນງາມຄວາມດີໃນທົ່ວປະເທດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ເນັ້ນໜັກວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ຊີ້ນຳປະຕິບັດວຽກງານຮູ້ບຸນຄຸນ ແລະ ຕອບບຸນແທນຄຸນຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ມີຫຼາຍແຜນນະໂຍບາຍຂອງພັກພັກ, ນະໂຍບາຍ, ກົດໝາຍຂອງລັດສຳລັບຜູ້ມີຄຸນງາມຄວາມດີໄດ້ປະກາດໃຊ້. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ:

        “ຂ້າພະເຈົ້າມີຄວາມປາດຖະໜາ ແລະ ສະເໜີວ່າ ບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ກົມກອງຕ່າງໆ ກໍຄື ສ່ວນບຸກຄົນ ດ້ວຍບັນດາວຽກເຮັດງານທຳທີ່ລະອຽດ, ແທດຈິງ ແລະ ສະຕິຄວາມຮັບຜິດຊອບຂອງຕົນ ຈົ່ງເປັນເຈົ້າການ, ປະດິດຄິດສ້າງຜັນຂະຫຍາຍຫຼາຍກິດຈະກຳແທດຈິງກວ່າອີກ, ຖືນັ້ນແມ່ນຄວາມຮັບຜິດຊອບ, ແມ່ນໜ້າທີ່ ແລະ ກໍແມ່ນນ້ຳໃຈເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງສຳລັບຜູ້ມີຄຸນງາມຄວາມດີ, ການເສຍສະຫຼະແກ່ພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປົກປັກຮັກສາປະເທດຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ