ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວັນນະຄະດີສິລະປະ ຫວຽດນາມ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ ຄວນຮັບຮູ້ເລິກເຊິ່ງກ່ຽວກັບບົດບາດ, ທີ່ຕັ້ງສຳຄັນຂອງວັດທະນະທຳ, ວັດນະຄະດີສິລະປະ...
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວັນນະຄະດີສິລະປະ ຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນເຂົ້າຮ່ວມພິທີ
(ພາບ:VOV)

ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວັນນະຄະດີສິລະປະ ຫວຽດນາມ (1948 2023).

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ ຄວນຮັບຮູ້ເລິກເຊິ່ງກ່ຽວກັບບົດບາດ, ທີ່ຕັ້ງສຳຄັນຂອງວັດທະນະທຳ, ວັດນະຄະດີສິລະປະ ໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພ້ອມນັ້ນ, ຄວນລະດົມກຳລັງໃຈ, ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດໃນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະວັນນະຄະດີຜ່ານບັນດາກົນໄກ, ນະໂຍບາຍ; ລະດົມທຸກແຫຼ່ງກຳລັງ, ນັບທັງດ້ານວັດຖຸ ແລະ ຈິດໃຈ, ເພື່ອໃຫ້ວັນນະຄະດີໄດ້ພັດທະນາຢ່າງແຮງ ແລະ ອຸທິດສ່ວນຫຼາຍກ່ວາໃນຊຸມປີຈະມາເຖິງ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ, ພື້ນຖານວັນນະຄະດີສິລະປະປະຕິວັດ ຫວຽດນາມ, ພ້ອມກັບຖັນແຖວນັກສິລະປະການ, ເຄີຍໄດ້ຮັບການຝຶກຝົນຫຼໍ່ຫຼອມ, ທົດສອບໃນການຕໍ່ສູ້ໃນເມື່ອກ່ອນ ແລະ ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດໃນປະຈຸບັນ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານດ້ານວັນນະຄະດີ, ສິລະປະ ໃນຕະຫຼອດ 75 ປີຜ່ານມາ. ແນ່ນອນວ່າ ພວກເຮົາຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອມີຫຼາຍຜົນງານສົມກັບປະຊາຊົນ ແລະ ປະເທດ ຫວຽດນາມ, ຕອບສະໜອງຄວາມລໍຄອຍຂອງປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ