ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງຫຼວງ

(VOVWORLD) -ເຂົ້າຮ່ວມກອງປະຊຸມ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ ຮ່າງບົດລາຍງານຄວາມຄືບໜ້າ, ໝາກຜົນຂອງການປະຕິບັດໂຄງການປະຕິບັດງານຂອງ ຄະນະຊີ້ນຳ ໃນໄລຍະ6 ເດືອນທີ່ຜ່ານມາ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງຫຼວງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ

ວັນທີ 5 ສິງຫາ, ຢູ່ສຳນັກງານສູນກາງພັກ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດກອງປະຊຸມຄັ້ງທີ 20 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ, ຫົວໜ້າຄະນະຊີ້ນຳ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ອາຍຸການ ຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ໂດຍໄດ້ດຳເນີນໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ແຜ່ລະບາດຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

        ເຂົ້າຮ່ວມກອງປະຊຸມ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ ຮ່າງບົດລາຍງານຄວາມຄືບໜ້າ, ໝາກຜົນຂອງການປະຕິບັດໂຄງການປະຕິບັດງານຂອງ ຄະນະຊີ້ນຳ ໃນໄລຍະ6 ເດືອນທີ່ຜ່ານມາ, ຜັນຂະຫຍາຍໜ້າທີ່ໃນຊຸມເດືອນທ້າຍປີ, ລາຍງານໝາກຜົນຂອງການຊີ້ນຳ, ແກ້ໄຂບັນດາເຫດການ, ຄະດີ ໂດຍຄະນະຊີ້ນຳຕິດຕາມ, ຊີ້ນຳ, ແຜນຮ່າງ “ປັບປຸງ, ເພີ່ມເຕີມພາລະໜ້າທີ່, ສິດອຳນາດຂອງ ຄະນະຊີ້ນຳສູງການກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ”, ຮ່າງຂໍ້ກຳນົດກ່ຽວກັບການເຄື່ອນໄຫວກວດກາ, ຕິດຕາມວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງຄະນະຊີ້ນຳ.

ຕອບກັບ

ຂ່າວ/ບົດ​ອື່ນ