ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລາວກາຍ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລາວກາຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ
​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ ​ເມື່ອ​ງ​​​ເຄື​ອງ, ​ແຂວງ​ລາວ​ກາຍ
(ພາບ: vietnamplus.vn)


(vovworld) -     ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ວັນ​ທີ 06/01, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ ​ເມື່ອ​ງ​​​ເຄື​ອງ, ​ແຂວງ​ລາວ​ກາຍ ​ເພື່ອ​ກວດກາ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ ​ແລະ ໜ້າ​ທີ່​ຂອງ​ປີ 2012. ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕາ​ແສງ ບ້ານ​ເລົ່າ ​ແລະ ​ເມືອງ ​ເມື່ອ​ງ​ເຄືອງ ​ໃນ​ການ​ນຳ​ໃຊ້​ຫົວຄິດ​ປະດິດ​ສ້າງ​ເພື່ອ​ຂຸດ​ຄົ້ນ​ຊັບພະຍາກອນທີ່​ດິນ, ມະນຸດ​ຢ່າງ​ເໝາະ​ສົມ, ລົບ​ລ້າງ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ຫຼ້າ​ຫຼັງ​​​ເທື່ອລະ​ກ້າວ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຊີ້​ແຈ້ງວ່າ.

“ປະ​ຈຸ​ບັນ​ຜູ້​ຮັ່ງມີ​ຕ້ອງ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ. ສະມາຊິກ​ພັກ​ຜູ້ຮັ່ງມີ​ຕ້ອງ​ຊ່ວຍ​ສະມາຊິກ​ພັກ​ຜູ້​ທຸກ​ຍາກ ​ແລະ ຫຍຸ້ງຍາກ​ກວ່າ. ພວກ​ເຮົາ​ຕ້ອງ​ດຳລົງ​ຊີວິດ​ຢ່າງ​ຍຸດຕິ​ທຳ ​ແລະ ປະຊາທິປະ​ໄຕ”.

ຂ່າວ/ບົດ​ອື່ນ