ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ 3 ປະເທດເອີລົບ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ 3 ປະເທດເອີລົບ ຢ່າງເປັນທາງການ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່
ຫງວຽນ​ຟຸ໋ຈ້ອງ)
(vovworld) -     ໃນ​ລະຫວ່າງ​ວັນ​ທີ່ 17 – 24/01/2013, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ຈະ​​ໄປ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ​ແລະ ສະຫະພາບ​ເອີ​ລົບ ຢ່າງ​ເປັນ​ທາງ​ການ; ຢ້ຽມຢ້ຽມ​ທາງ​ລັດຖະກິດ​ເຖິງ​ສ.ອີ​ຕາ​ລີ ​ແລະ ຢ້ຽມຢາມ ລາຊະ​ອານາສະຫະພັນຈັກ​ອັງ​ກິດ ​ແລະ ອາຍ​ແລນ​ເໜືອ ຢ່າງ​ເປັນ​ທາງ​ການ. ​ ວັນ​ທີ 14/01, ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກມມູນິດ​ຫວຽດນາມ ​ໄດ້​ອອກຈ້າງ​ການ​​ໂດຍ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ 3 ປະ​ເທດ​ເອີ​ລົບ ຂອງ​ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຄັ້ງ​ນີ້ ​​ແມ່ນ​ປະຕິບັດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາ​ຈັກ​ແບນ​ຊິກ Elio Di Puro, ທ່ານປະທານ​ສະພາ​ເອີ​ລົບ Herman Van Rompuy, ທ່ານ​ປະທານາທິບໍດີ ສ.ອີ​ຕາ​ລີ Giorgio Napolitanov ​ແລະ ທ່ານ​ນາຍົກລັດຖະມົນ​ຕີ ສະຫະພັນອັງກິດ ​ແລະ ອາຍ​ແລນ​ເໜືອ David Cameron.
ຂ່າວ/ບົດ​ອື່ນ