ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມພິທີ ໄຂສົກຮຽນໃໝ່ຢູ່ ສະຖາບັນປ້ອງກັນປະເທດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມພິທີ ໄຂສົກຮຽນໃໝ່ຢູ່ ສະຖາບັນປ້ອງກັນປະເທດ - ảnh 1

ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່ ຢູ່​ສະ​ຖາບັນ​ປ້ອງ​ກັນ​ປະເທດ
(ພາບ: qdnd.vn)

(​vovworld) – ​ຕອນ​ເຊົ້າ​ວັນ​ທີ 9/9, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ​ເລຂາຄະນະພັກ​ການ​ທະຫານ​ສູນ​ກາງ, ​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່ 2013 – 2014 ຂອງ​ສະຖາ​ບັນ​ປ້ອງ​ກັນ​ປະ​ເທດ, ຂຶ້ນ​ກັບກະຊວງ​ປ້ອງ​ກັນ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຮຽກຮ້ອງ​ວ່າ: ​ໃນ​ການ​ປະຕິບັດ​ໜ້າ​ທີ່, ສະ​ຖາ​ບັນ​ປ້ອງ​ກັນ​ປະ​ເທດຕ້ອງ​ສືບ​ຕໍ່​ຊາບ​ຊຶມ​ຢ່າງ​ເລິກ​ຊິ່ງ ​ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 11 ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກອງທັບ​ຄັ້ງທີ 9 ກໍ່​ຄື​ຄຳ​ສັ່ງ, ມະຕິ​ຂອງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລຂາ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ພິ​ເສດ​ແມ່ນ​ມະຕິ​ສູງ​ກາງ​ຄັ້ງ​ທີ 8 (ຊຸດ​ທີ 9) ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ສະ​ຖາ​ບັນ​ຕ້ອງ​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ສິດສອນ ​ແລະ ຮຳ່ຮຽນ​ຢ່າງບໍ່ຢຸດ​ຢັ້ງ ເພື່ອ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ສູງບໍ່​ພຽງ​ແຕ່​ເກັ່ງ​ດ້ານ​ການ​ທະຫານ ຫາກ​ຍັງ​ແມ່ນ​ບັນດາ​ນັກ​ຍຸດ​ທະ​ສາດກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດ - ການ​ທະຫານ ອີກ​ດ້ວຍ, ມີ​ຄວາມ​ສາມາດ​ບັນຊາ​​ເປັນ​ຢ່າງ​ດີ, ​ແກ້​ໄຂ​ບັນດາ​ກໍລະນີ​ຍຸດ​ທະ​ສາດ, ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ສູນ​ກາງກ່ຽວກັບ​ຍຸດ​ທະ​ສາດປ້ອງ​ກັນຊາ​ດ - ການ​ທະຫານ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ຮຽກ​ຮ້ອງ​ໃຫ້ຜູ້ເຂົ້າຮ່ວມການຮຽນຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ໃນ​ສະໜາ​ມຮົບ​ແນວ​ຄວາມ​ຄິດ​ທິດ​ສະ​ດີ, ປະກອບສ່ວນ​ຮັກສາພື້ນານດ້ານ​ແນວຄິດ ​ແລະ ​ແນວທາງ, ທັດສະນະ​ຂອງ​ພັກ ປັບປຸງສະໜາມຮົບດ້ານແນວຄິດຂອງ​ກອງທັບ​ຢ່າງ​ໝັ້ນຄົງ, ​ເບິ່ງ​ແຍງ​ດູ​ແລ​ວຽກ​ງານ​ກໍ່ສ້າງ​ພັກ ​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ