ທ່ານ ຫງວຽນເຕີນຢູ໋ງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງ ກະສິກຳ, ປ່າໄມ້ ສ​ເກົາຫຼີ

ທ່ານ ຫງວຽນເຕີນຢູ໋ງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງ ກະສິກຳ, ປ່າໄມ້ ສ​ເກົາຫຼີ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ
(ພາບ: ອິນເຕີແນັດ)

( vovworld ) – ຕອນ​ບ່າຍ​ວັນ​ທີ 15/3, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​​ໄດ້ໃຫ້ການ​ຕ້ອນຮັບທ່ານ ​Suh Kyo Yong ລັດຖະມົນຕີ​ກະຊວງ​ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ ​ສ​ເກົາຫຼີ   ຊື່​ງພວມຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ປາດ​ຖະໜາ​ວ່າ ສ​ເກົາຫຼີ​ ຈະ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ພັດທະນາ​ກະສິກຳ, ປ່າ​ໄມ້, ການ​ປະມົງ, ​ໃນ​ນັ້ນມີ​ການ​ກໍ່ສ້າງ​ສູນ​ວິຊາ​ຊີບ; ໜູນ​ຊ່ວຍ​ບົດຮຽນ, ​ເຕັກນິກ​ໃຫ້​ຫວຽດນາມ​ ໃນ​ການ​ສ້າງ​ຮູບ​ແບບ​ບ້ານ​ໃໝ່, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການຄົ້ນຄ້ວາ ​ແລະ ຜະລິດ​ຢາ​ວັກ​ຊິນ​ປ້ອງ​ກັນ​ໂລກ​ໄຂ້ຫວັດ​ສັດ​ປີກ…​ສ່ວນ​ທ່ານ​ລັດຖະມົນຕີ Suh Kyo Yong ​ໃຫ້​ຮູ້​ວ່າ: ສ​ເກົາຫຼີ​ ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ແຊກ​ຊືມ​ເຂົ້າະຫຼາດ​ສ​ເກົາຫຼີ. ທ່ານ​ລັດຖະມົນຕີ Suh Kyo Yong ສະ​ເໜີ​ໃຫ້​ສອງ​ຝ່າຍ ຈົ່ງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຫັນ​ບັນດາ​ລະ​ບຽບການ​ດ້ານ​ບໍລິຫານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສົ່ງອອກ, ນຳ​ເຂົ້າສິນຄ້າເປັນ​ງ່າຍ​ດາຍ ​ເພື່ອ​ໃຫ້​ສິນຄ້າ​ເວົ້າລວມ ​ແລະ ບັນດາຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳທີ່​ຖືກ​ຖື​ວ່າ​ ແມ່ນ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ ສາມາດ​ແຊກ​ຊືມ​ເຂົ້າຕະຫຼາດ​ຂອງ​ກັນ​ຢ່າງ​ງ່າຍດາຍ.

 

ຂ່າວ/ບົດ​ອື່ນ