ທ່ານ ໂຕຮູຍເຣື໋ຍ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ບັກນິງ

ທ່ານ ໂຕຮູຍເຣື໋ຍ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ບັກນິງ - ảnh 1
ທ່ານ ​ໂຕ​ຮູ​ຍ​ເຣື໋ຍ ແລະ ຜູ້ມີສິດເລືອກຕັ້ງເມືອງ ດົ່ງກິ
(ພາບ: baobacninh.com.vn)

(vovworld) - ວັນ​ທີ 11/10, ທ່ານ ​ໂຕ​ຮູ​ຍ​ເຣື່ຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພ້ອມ​ກັບ​ຄະນະ​ສະມາ​ຊິກສະພາ​ແຫ່​ງຊາດ​ແຂວງ ບັກ​ນິງ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລື​ອກຕັ້ງ​ເມືອງ ດົ່ງ​ກິ, ​ເທດ​ສະບາ​ນ ຕື່​ເຊີນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ໃຫ້​ຂັ້ນ​ຕ່າງໆ, ບັນດາ​ຂະ​ແໜງ​ສືບ​ຕໍ່​ປະຕິບັດ, ສ້າງ​ສຳ​ເລັດ​ບັນດາ​ນະ​ໂຍບາຍ ​ແລະ ​ແກ້​ໄຂ​ບາງ​ບັນ​ຫາ​ກ່ຽວ​ກັບ: ລະບອບ​ສຳລັບ​ພະນັກງານ​ບັນດາ​ສະມາ​ຄົມ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ຂັ້ນ​ຮາກ​ຖານ, ຜູ້​ມີ​ຄຸນງາມຄວາມດີ, ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ສັງຄົມ​ອື່ນ, ​ແກ​້​ໄຂ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ລົງທຶນ​ໃຫ້​ແກ່​ກະສິກຳ, ຊົນນະບົດ, ຊາວ​ກະສິກອນ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະ​ກັບ​ລາຄາ​ເປັນ​ປົກກະຕິ.​.​.

        ທ່ານ ​ໂຕ​ຮູຍ​ເຣື່ຍ ​ໄດ້​ອະທິບາຍ​ບັນດາ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ຢ່າງ​ເຖິງ​ຖອງ, ຮຽກຮ້ອງ​ໃຫ້​ແຂວງ ບັກ​ນິງ ມີ​ມາດ​ຕະການ​ແກ້​ໄຂ​ບັນດາ​ສິ່ງ​ຄົງ​ຂ້າງ, ບັນຫາ​ທີ່​ປະຊາຊົນ​ມີ​ຄວາມ​ສົນ​ໃຈ​ໃຫ້​ດີ. ທ່ານ ໂຕ​ຮູຍ​ເຣ໋ຍ ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຄຸ້ມ​ຄ​ອງທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ ກໍ່​ຄື​ບັນດາ​ຂໍ້​ສະ​ເໜີ​ອື່ນໆ​ຂອງ​ປະຊາຊົນ ​ເພື່ອ​ສົ່ງ​ເຖິງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

 

 

ຂ່າວ/ບົດ​ອື່ນ