ທ່ານ Donald Trump ຄັດເລືອກຫົວໜ້າຫ້ອງການຄຸ້ມຄອງແລະງົບປະມານທຳນຽບຂາວ

ທ່ານ Donald Trump ຄັດເລືອກຫົວໜ້າຫ້ອງການຄຸ້ມຄອງແລະງົບປະມານທຳນຽບຂາວ - ảnh 1
ປະ​ທານ​າທິ​ບໍ​ດີ​ຜູ້​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ
​ເລືອກ​ຕັ້ງ​ຂອງອາ​ເມ​ລິ​ກາທ່ານ Donald Trump
(ພາບ​ປະ​ກອບ: CNN)

(vovworld) - ວັນ​ທີ 16/12, ເຈົ້າ​ໜ້າ​ທີ່​ຂັ້ນ​ສ​ູງ​ໃນ​ກຸ່ມ​ຮັບ​ຜິດ​ຊອບ​​ການມອບ​​ຮັບ​ສິດ​ອຳ​ນາດ​ຂອງປະ​ທານ​າທິ​ບໍ​ດີ​ຜູ້​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂອງອາ​ເມ​ລິ​ກາ ທ່ານ Donald Trump ໃຫ້​ຮູ້​ວ່າ, ທ່ານ Donald Trump ​ຈະແຕ່ງ​ຕັ້ງ​ທ່ານ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ພັກ​ສາ​ທາ​ລະ​ນະ Mick Mulvaney ດຳ​ລົງ​ຕຳ​ແໜ່ງຫົວ​ໜ້າ​ຫ້ອງ​​ການ​ຄຸ້ມ​ຄອງ​ ແລະ​ ງົບ​ປະ​ມານ​ທຳ​ນຽບ​ຂາວ ໃນ​ອ​ຳ​ນາດ​ການ​ປົກ​ຄອງ​​ອາ​ເມ​ລິ​ກາ ໃນ​ມໍ່ໆ​ມານີ້. ໜັງ​ສື​ພິມ “Wichita Eagle” ໄດ້​ໃຫ້​ຂ່າວ​ວ່າ, ທ່ານ Donald Trump ຈະ​ປະ​ກາດ​ຂໍ້​ຕົ​ກ​ລົງ​ຄັດ​ເລືອກ​ທ່ານ Mick Mulvaney ໃນ​ວັນ​ທີ 19/12 ຈະ​ມາ​ເຖິງ. ​ຫຼັງ​ຈາກນັ້ນ, ຂໍ້​ຕົກ​ລົງ​ດັ່ງ​ກ່າວຕ້ອງ​ໄດ້​ຮັບ​ການ​​ຮັບ​ຮອງ​ເອົາ​ຈາກ ​ສະພາ​ສູງ, ​ໂດຍ​ພັກສາ​ທາ​ລະ​ນະ​ຄວບ​ຄຸມ. ປະ​ຈຸ​ບັນ, ຫ້ອງ​ການ​ຂອງ​ທ່ານ Mick Mulvaney ຍັງ​ບໍ່​ທັນ​ມີ​ຄຳ​ວິ​​ເຄາະໃດໆ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ